Header Ads

ທຣັມ ຢ້ຽມຢາມຊາອຸເປັນປະເທດທຳອິດ ຫລັງຮັບຕຳແຫ່ນງປະທານາທິບໍດີ ພ້ອມຂໍ້ຕົກລົງ ຊື້-ຂາຍ ອາວຸດມູນຄ່າມະຫາສານ



ຣິຍາດ 21 ພຶດສະພາ: ລັດຖະບານ​ອາ​ເມ​ລິ​ກາ​ປະກາດ​​ເຮັດ​ຂໍ້​ຕົກລົງຂາຍ​ອາວຸດ​ໃຫ້​ອາຣັບບີ ຊາ​ອຸ​ດິດ​ແລ້ວ ​ໂດຍ​ມີ​ເປົ້າໝາຍ​ໃສ່​ອີຣານ, ຂະນະ​ທີ່​ປະທານາທິບໍດີ ​ໂດ​ນັນ ທຣຳ ຜູ້ນຳ​ອາ​ເມ​ລິ​ກາ ​ເລີ່​ມພາລະກິດ​ຢ້ຽມຢາມ​ຕ່າງປະ​ເທດທີ່​ອາຣັບບີ ຊາ​ອຸ​ດິດ ​ເປັນ​ປະ​ເທດ​ທຳ​ອິດ.ຂໍ້​ຕົກລົງ​ດ້ານ​ອາວຸດ​ມູນ​ຄ່າ 110.000 ລ້ານ​ໂດ​ລາ​ສະຫະລັດ ຈະ​ຄວບ​ຄຸມ​ການ​ຂະຫຍາຍ​ອາວຸດ​ຍຸດ​ໂທ​ປະກອນ ​ແລະ ບໍລິການ​ຈາກ​ອາ​ເມ​ລິ​ກາ​ໃຫ້​ແກ່​ອາຣັບບີ ຊາ​ອຸ​ດິດ ​ໃນ​ໂອກາດ​ທີ່​ຜູ້ນຳ​ອາ​ເມ​ລິ​ກາ​ເລີ່​ມຕົ້ນພາລະກິດ​ຢ້ຽມຢາມ​ຕ່າງປະ​ເທດ​ເປັນ​ເວລາ 8 ວັນ ​ໂດຍ​ມີ​ກຳນົດ​ໄປ​ນະຄອນ​ເຢຣູຊາ​ເລັມ, ວາ​ຕິ​ກັນ ​ແລະ ພົບ​ກັບ​ຜູ້ນຳ​ໃນ​ປະ​ເທດ​ເອີຣົບ. ນອກຈາກ​ນີ້ ປະທານາທິບໍດີ ທຣຳ ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ບັນລຸ​ຂໍ້​ຕົກລົງ​ທາງ​ທຸລະ​ກິດ​ຫລາຍ​ສະບັບ​ລະຫວ່າງ​ພົບ​ປະ​ຫາລື​ກັບ​ທ່ານ ອາ​ເດລ ອັດ​ຈູ​ເບ​ອີ ລັດຖະມົນຕີ​ຕ່າງປະ​ເທດ​ອາຣັບບີ ຊາ​ອຸ​ດິດ ​ໂດຍ​ບອກ​ວ່າ​ມີ​ມູນ​ຄ່າ​ຫລາຍ​ກວ່າ 380.000 ລ້ານ​ໂດ​ລາ​ສະຫະລັດ. ຜູ້ນຳ​ອາ​ເມ​ລິ​ກາ​ກ່າວ​ໃນ​ໂອກາດ​ເຂົ້າພົບ​ສົມ​ເດັດ​ພະຣາຊາ​ທິບໍດີ ຊັດ​ມານ ​ແຫ່ງ​ອາຣັບບີ ຊາ​ອຸ​ດິດ ວ່າ: ​ເປັນ​ການ​ລົງທຶນ​ຄັ້ງຍິ່ງ​ໃຫຍ່​ກັບ​ອາ​ເມ​ລິ​ກາ, ສ່ວນ​ທ່ານ ໝອນ ສະ​ໄປ​ເຊີ ​ໂຄສົກ​ທຳນຽບຂາວ​ປະກາດ​ວ່າ: ຂໍ້​ຕົກລົງ​ທາງ​ທະຫານ​ອາ​ເມ​ລິ​ກາ-ອາຣັບບີ ຊາ​ອຸ​ດິດຄັ້ງນີ້ ຖື​ເປັນ​ການ​ເຮັດ​ຂໍ້​ຕົກລົງ​ດ້ານ​ອາວຸດ​ພາຍ​ໃນ​ວັນ​ດຽວ​ທີ່​ມີ​ມູນ​ຄ່າ​ສູງ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ອາ​ເມ​ລິ​ກາ.
Powered by Blogger.