Header Ads

ທ່ານຮູ້ບໍວ່າ!! “ດອນຊິງຊູ້” ກາງລຳແມ່ນໍ້າຂອງ ໄດ້ເປັນສະຖານທີ່ປະຫວັດສາດບ່ອນກຳເນີດຂອງພັກປະຊາຊົນປະຕິວັດລາວ



“ດອນຊິງຊູ້” ກາງລຳແມ່ນໍ້າຂອງ ໄດ້ເປັນສະຖານທີ່ປະຫວັດສາດບ່ອນກຳເນີດຂອງພັກປະຊາຊົນປະຕິວັດລາວ, ເຊິ່ງສະມາຊິກພັກຄອມມູນິດອິນດູຈີນ ໄດ້ເປີດກອງປະຊຸມສ້າງຕັ້ງຄະນະພັກແຄ້ວນລາວຂື້ນໃນເດືອນກັນຍາ 1945.

ພັກຄອມມູນິດອິນດູຈີນ ສ້າງຕັ້ງຂື້ນໃນວັນທີ 30 ເມສາ 1930, ພາຍຫຼັງການສ້າງຕັ້ງຄະນະພັກແຄ້ວນລາວຢູ່ດອນຊີງຊູ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແມ່ນໄດ້ເປັນຜູ່ຈັດຕັ້ງ ແລະ ນຳພາການຕໍ່ສູ້ກູ້ຊາດຢູ່ລາວ ປະກາດເອກະລາດຈາກພວກລ່າຫົວເມືອງຂື້ນຝຣັ່ງໄດ້ ໃນວັນທີ 12 ຕຸລາ 1945 ແລະ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃນວັນທີ 22 ມີນາ 1955, ໂດຍສາມາດສັງຮວມຂໍ້ມູນດ້ານສະຖິຕິກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ I-X:

(1) ຄັ້ງທີ I ວັນທີ 22 ມິນາ - 06 ເມສາ 1955 ທີ່ແຂວງຫົວພັນ ມີຜູ້ແທນສົມບູນ 20 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 400 ສະຫາຍ ເຂົ້າຮ່ວມປະຊຸມ ແລະ ໄດ້ເລືອກ ສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່;

(2) ຄັ້ງທີ II ວັນທີ 03-06 ກຸ່ມພາ 1972 ທີ່ເມືອງວຽງໄຊ ແຂວງຫົວພັນ ມີຜູ້ແທນສົມບູນ 125 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 20,000 ກວ່າສະຫາຍເຂົ້າຮ່ວມປະຊຸມ ແລະ ໄດ້ເລືອກ ສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່;

(3) ຄັ້ງທີ III ວັນທີ 27-30 ເມສາ 1982 ທີ່ນະຄອນຫຼວງວຽງຈັນ ມີຜູ້ແທນສົມບູນ 228 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 35,000 ສະຫາຍເຂົ້າຮ່ວມປະຊຸມ ແລະ ໄດ້ເລືອກ ສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່;

(4) ຄັ້ງທີ IV ວັນທີ 13-15 ພະຈິກ 1986 ທີ່ນະຄອນຫຼວງວຽງັຈນ ມີຜູ້ແທນສົມບູນ 303 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 45,000 ກວ່າສະຫາຍເຂົ້າຮ່ວມປະຊຸມ ແລະ ໄດ້ເລືອກ ສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່;

(5) ຄັ້ງທີ V ວັນທີ 27-29 ມີນາ 1991 ທີ່ນະຄອນຫຼວງວຽງຈັນ ມີຜູ້ແທນສົມບູນ 367 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 60,000 ສະຫາຍເຂົ້າຮ່ວມປະຊຸມ ແລະ ໄດ້ເລືອກ ສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່;

(6) ຄັ້ງທີ VI ວັນທີ 18-20 ມີນາ 1996 ທີ່ນະຄອນຫຼວງວຽງຈັນ ມີຜູ້ແທນສົມບູນ 381 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 78,000 ສະຫາຍເຂົ້າຮ່ວມປະຊຸມ ແລະ ໄດ້ເລືອກ ສະຫາຍ ຄຳໄຕ ສີພັນດອນ ເປັນປະທານຄະນະບໍລິຫານງານສູນກາງພັກ;

(7) ຄັ້ງທີ VII ວັນທີ 12-14 ມີນາ 2001 ທີ່ນະຄອນຫຼວງວຽງຈັນ ມີຜູ້ແທນສົມບູນ 452 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 100,000 ກວ່າສະຫາຍເຂົ້າຮ່ວມປະຊຸມ ແລະ ໄດ້ເລືອກ ສະຫາຍ ຄຳໄຕ ສີພັນດອນ ເປັນປະທານຄະນະບໍລິຫານງານສູນກາງພັກ;

(8) ຄັ້ງທີ VIII ວັນທີ 18-21 ມີນາ 2006 ທີ່ນະຄອນຫຼວງວຽງຈັນ ມີຜູ້ແທນສົມບູນ 498 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 148,590 ສະຫາຍເຂົ້າຮ່ວມປະຊຸມ ແລະ ໄດ້ເລືອກ ສະຫາຍ ຈູມມະລີ ໄຊຍະສອນ ເປັນເລຂາທິການໃຫຍ່;

(9) ຄັ້ງທີ IX ວັນທີ 17-21 ມີນາ 2011 ທີ່ນະຄອນຫຼວງວຽງຈັນ ມີຜູ້ແທນສົມບູນ 576 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 191,780 ສະຫາຍເຂົ້າຮ່ວມປະຊຸມ ແລະ ໄດ້ເລືອກ ສະຫາຍ ຈູມມະລີ ໄຊຍະສອນ ເປັນເລຂາທິການໃຫຍ່;

(10) ຄັ້ງທີ X ວັນທີ 18-22 ມັງກອນ 2016 ທີ່ນະຄອນຫຼວງວຽງຈັນ ມີຜູ້ແທນສົມບູນ 685 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 252,879 ສະຫາຍເຂົ້າຮ່ວມປະຊຸມ ແລະ ໄດ້ເລືອກ ສະຫາຍ ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່.

ເຖີງແມ່ນວ່າດອນຊິງຊູ້ຢູ່ເກືອບຕິດຝັ່ງໄທກໍຕາມ "ຍ້ອນອີງຕາມສົນທິສັນຍາລະຫວ່າງປະເທດສະຫຍາມ ແລະ ຝຣັ່ງເສດໄດ້ບັນຍັດໄວ້ວ່າ ທຸກໆເກາະດອນໃນແມ່ນໍ້າຂອງທີ່ມີໃຫ້ເປັນຂອງປະເທດລາວ ອານານິຄົມຝຣັ່ງ".

Powered by Blogger.