Header Ads

ຟິລິບປິນສະໜັບສະໜູນໃຫ້ “ມົງກາລີ ແລະ ຕວັກກີ” ເຂົ້າເປັນສະມາຊິກອາຊຽນ

https://www.laopost.com/wp-content/uploads/2017/05/
ເມື່ອວັນທີ 16 ພຶດສະພາ 2017 ທີ່ຜ່ານມາ ເອເອຟພີລາຍງານວ່າ ປະທານາທິບໍດີ ໂຣດຣິໂກ ກູແຕເຕ ຜູ້ນຳຟິລິບປິນ ເຊິ່ງຫາກໍ່ເດີນທາງກັບຈາກການປະຊຸມກຸ່ມປະເທດເສັ້ນທາງສາຍໄໝ ເວທີເບລແອນໂຣດ (Belt and Road) ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ ນຳສະເໜີຂ່າວທີ່ສ້າງຄວາມປະຫຼາດໃຈໄປທົ່ວ ວ່າໃນຖານະທີ່ປີນີ້ຟິລິບປິນເປັນປະທານອາຊຽນ ຈະສະໜັບສະໜູນໃຫ້ປະເທດ ມົງໂກລີ ແລະ ຕວັກກີ້ ເຂົ້າເປັນສະມາຊິກອາຊຽນ ເຖິງແມ່ນວ່າສອງປະເທດນີ້ຈະບໍ່ຕັ້ງຢູ່ພາກພື້ນອາຊຽນກໍ່ຕາມ

ປະເທດ ມົງໂກລີ ຕັ້ງຢູ່ໃນທະວີບຕິດກັບປະເທດຈີນ ແລະ ຣັສເຊຍ ສ່ວນປະເທດຕວັກກີມີພື້ນທີ່ຕັ້ງຢູ່ຕະເວັນອອກກາງ ໂດຍຢູ່ລະຫວ່າງ ອາຊີ ແລະ ຢຸໂຣບ

ເຖິງແມ່ນວ່າ ທ່ານ ນາງ ອອງຊານ ຊູຈີ ຜູ້ນຳມຽນມາຈະທັກທ້ວງດ້ວຍການຕັ້ງຄຳຖາມທາງພູມິສາດ ວ່າທັງສອງປະເທດຈະເປັນອາຊຽນໄດ້ຫຼືບໍ່ ແຕ່ທ່ານ ດູແຕເຕຍັງຄົງຢ້ຳເປົ້າໝາຍເກົ່າວ່າໄດ້

ສ່ວນທ່ານ ຫຼີ່ ຍົງຫຍົງ ຜູ້ອຳນວຍການຝ່າຍກິດຈະການຝ່າຍປະຊາສັງຄົມຂອງສຳນັກເລຂາທິການອາຊຽນ ໃນນະຄອນຫຼວງ ຈາກາຕາ ລະບຸວ່າ ທັງສອງປະເທດຍັງບໍ່ເຄີຍແຈ້ງເຈດຈຳນົງໃນການຂໍເຂົ້າເປັນສະມາຊິກອາຊຽນ ແລະ ອາຊຽນຍັງບໍ່ເຄີຍສົນທະນາກັນໃນເລື່ອງນີ້ມາກ່ອນ

ທັງນີ້ ການເຂົ້າເປັນສະມາຊິກອາຊຽນ ຕາມຫຼັກການແລ້ວຕ້ອງແຕ່ງຕັ້ງໃນເຂດພາກພື້ນອາຊຽນ ຮວມທັງຕ້ອງໄດ້ຮັບສຽງເຫັນຊອບຈາກສະມາຊິກ 10 ປະເທດອາຊຽນ ຈິ່ງຈະສາມາດເຂົ້າໄດ້
Powered by Blogger.