Header Ads

ໄຟໄໝ້ສະໜາມບິນຊາງງີ ຜູ້ໂດຍສານອົບພະຍົບວຸ່ນວາຍ



ເວັບໄຊຂ່າວສິງກະໂປ “ສະເຕດທາມ” ລາຍງານຈາກປະເທດສິງກະໂປເມື່ອວັນທີ 17 ພຶດສະພາວ່າ ເກີດເຫດໄຟໄມ້ທີ່ອາຄານຜູ້ໂດຍສານ T2 ຂອງສະໜາມບິນນາໆຊາດຊາງງີສິງກະໂປ ເຈົ້າໜ້າທີ່ຂອງສະໜາມບິນລາຍງານວ່າທຸກຄົນທີ່ຢູ່ໃນອາຄານດັ່ງກ່າວ ຖືກອົບພະຍົບໄປຢູ່ບ່ອນອື່ນທັນທີທີ່ສັນຍານເຕືອນໄຟໄໝ້ດັງຂື້ນເມື່ອເວລາ 17.40 ນາທີ ຕາມເວລາທ້ອງຖິ່ນ ມີຖ້ຽວບິນໄດ້ຮັບຜົນກະທົບ 40 ຖ້ຽວບິນ ແລະມີຜູ້ບາດເຈັບເລັກໜ້ອຍ 6 ຄົນ ເຈົ້າໜ້າທີ່ພະຍາຍາມຄວບຄຸມໄຟແລະຈັດການທຸກສິ່ງໃຫ້ຮຽບຮ້ອຍ ເຊິ່ງຕ້ອງໃຊ້ເວລາເຖິງ 9 ຊົ່ວໂມງ ກວ່າສະໜາມບິນຈະກັບມາເປີດໃຊ້ງານໄດ້ຢ່າງເປັນປົກກະຕິເມື່ອເວລາ 3.00 ນາທີ ທັງນີ້ທຸກຖ້ຽວບິນທັງຂາເຂົ້າ-ຂາອອກຖືກຍ້າຍໄປດຳເນີນກິດຈະກຳທັງໝົດ ທີ່ອາຄານຜູ້ໂດຍສານໝາຍເລກ 3 ເປັນການຊົ່ວຄາວລະຫວ່າງທີ່ເຈົ້າໜ້າທີ່ກຳລັງແກ້ໄຂສະຖານະການ ໜ່ວຍກູ້ໄພສຸກເສີນແລະກອງກຳລັງປ້ອງກັນພົນລະເຮືອນຂອງສິງກະໂປອະນຸຍາດໃຫ້ອາຄານ T2 ມີການດຳເນີນກິດຈະກຳຕາມປົກກະຕິໄດ້ໃນເວລາ 22.00 ນາທີ ຖ້ຽວບິນຕ່າງໆຈຶ່ງເລີ້ມໃຫ້ບໍລິການຕາມເດີມ

Powered by Blogger.