Header Ads

ສະພາພິຈາລະນາຮ່າງປະມວນກົດໝາຍແພ່ງ



ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງ ຊາດຊຸດທີ VIII ໃນວັນທີ 15 ພຶດສະພານີ້ ໂດຍການເປັນປະ ທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນສະເໜີ ຮ່າງປະມວນກົດໝາຍແພ່ງ ໃຫ້ຮູ້ວ່າ: ເນື່ອງຈາກວ່າການ ຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດແນວທາງການປ່ຽນ ແປງໃໝ່ຂອງພັກ ນັບແຕ່ປີ 1986 ເປັນຕົ້ນມາ ລາວໄດ້ ຮັບຮອງເອົາ ແລະ ປະກາດນຳ ໃຊ້ກົດໝາຍ ແລະ ນິຕິກຳລຸ່ມ ກົດໝາຍຫຼາຍກວ່າ 20 ສະບັບ ທີ່ກ່ຽວຂ້ອງກັບເລື່ອງກົດໝາຍ ແພ່ງ ຊຶ່ງເປັນເຄື່ອງມືພື້ນຖານ ໃຫ້ແກ່ການຄຸ້ມຄອງລັດຄຸ້ມ ຄອງສັງຄົມ ປະກອບສ່ວນສ້າງ ຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມ, ສະ ໜອງຄວາມຮຽກຮ້ອງຕ້ອງ ການ ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າ, ກະຕຸກຊຸກຍູ້ການພັດທະນາ ທາງເສດຖະກິດ - ສັງຄົມ ເຮັດ ໃຫ້ສິດ ແລະ ຜົນປະໂຫຍດອັນ ຊອບທຳ ຂອງປະຊາຊົນລາວ ບັນດາເຜົ່າ,

ໄດ້ຮັບປະກັນ ແລະ ສິດເປັນເຈົ້າຂອງປະຊາ ຊົນໄດ້ຮັບການຍົກສູງດ້ວຍກົດ ໝາຍ ແລະ ລະບຽບຫຼັກການ. ເຖິງຢ່າງໃດກໍຕາມບັນດານິຕິ ກຳພື້ນຖານທາງແພ່ງທີ່ໄດ້ຮັບ ຮອງ ແລະ ປະກາດນຳໃຊ້ນັ້ນ ຜ່ານການຈັດຕັ້ງປະຕິບັດເຫັນ ວ່າມີບາງດ້ານ, ບາງເນື້ອໃນກໍ ຂັດກັນ ແລະ ຂາດຄວາມສອດ ຄ່ອງ ກົມກຽວກັນ ບາງຫຼັກການ ບໍ່ກຳນົດຈະແຈ້ງ ພາໃຫ້ເຂົ້າໃຈ ໄປຫຼາຍແງ່ ອັນພາໃຫ້ເຂົ້າໃຈ ກົດໝາຍແຕກຕ່າງກັນ ແລະ ປະຕິບັດກົດໝາຍບໍ່ເປັນເອກະ ພາບກັນ ກາຍເປັນຊ່ອງວ່າງ ແລະ ເພີ່ມການໂຕ້ຖຽງທາງກົດ ໝາຍ. ເສດຖະກິດສັງຄົມຂະ ຫຍາຍຕົວໄວເທົ່າໃດ ກໍຍັງມີຂໍ້ ຂັດແຍ່ງໃໝ່ໆເກີດຂຶ້ນ ແລະ ບັນຫາເຫຼົ່ານັ້ນຍັງບໍ່ທັນໄດ້ມີຂໍ້ ກຳນົດກົດໝາຍ ຫຼື ນິຕິກຳໃດ ກຳນົດໄວ້ກໍບໍ່ສອດຄ່ອງກັບສະ ພາບຕົວຈິງ.

ການຈັດຕັ້ງປະຕິ ບັດກົດໝາຍໃນເລື່ອງທາງ ແພ່ງ ຍັງບໍ່ທັນສາມາດກະຕຸກ ຊຸກຍູ້ ການເຄື່ອນໄຫວທຸລະ ກິດການຄ້າ ແລະ ສັງຄົມຕາມ ກົນໄກເສດຖະກິດຕະຫຼາດໄປ ຕາມການດັດສົມຂອງລັດຢ່າງ ມີປະສິດທິຜົນ. ສະນັ້ນການ ສ້າງປະມວນກົດໝາຍແພ່ງ ຈຶ່ງເປັນການປັບປຸງກົດໝາຍທີ່ ມີຢູ່ແລ້ວ ໃນປັດຈຸບັນໃຫ້ສອດ ຄ່ອງກົມກຽວກັບສະພາບເສດ ຖະກິດ - ສັງຄົມ ແລະ ແນວ ທາງນະໂຍບາຍຂອງພັກ - ລັດ, ສ້າງກົດໝາຍເປັນລະບົບ ຄົບຊຸດ, ເປັນເອກະພາບ ແລະ ຈະແຈ້ງຍິ່ງຂຶ້ນ ທັງເປັນການ ແກ້ໄຂຊ່ອງວ່າງ ແລະ ສ້າງ ຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດກົດ ໝາຍທີ່ຄາດຄະເນໄດ້, ໂປ່ງ ໃສ ແລະ ຍຸຕິທຳ.

ສຳລັບຮ່າງຂອງປະມວນ ກົດໝາຍແພ່ງ ສະບັບປັບປຸງ ປະກອບມີ 9 ພາກ 52 ໝວດ ແລະ 615 ມາດຕາ. ຫຼັງຈາກນັ້ນບັນດາ ສສຊ ໄດ້ປະກອບຄຳຄິດຄຳເຫັນ ຢ່າງພາວະວິໄສ ແລະ ກົງໄປ ກົງມາ ເພື່ອໃຫ້ກົດໝາຍສະບັບ ນີ້ມີຄວາມສົມບູນຂຶ້ນກວ່າເກົ່າ ເປັນຕົ້ນໄດ້ປະກອບຄວາມ ເຫັນໃສ່ພາກທີ I ວ່າດ້ວຍບົດ ບັນຍັດທົ່ວໄປ ຊຶ່ງປະກອບມີ 5 ໝວດ, 45 ມາດຕາ ຊຶ່ງໃນ ໝວດທີ 1: ໄດ້ກຳນົດຈຸດປະ ສົງ ແລະ ຂອບເຂດນຳໃຊ້ກົດ ໝາຍແພ່ງ (ແຕ່ມາດຕາ 1-5) ໝວດນີ້ໄດ້ກຳນົດໃໝ່ທັງໝົດ, ໃນນີ້ມາດຕາ 1: ໄດ້ກຳນົດຈຸດ ປະສົງຂອງປະມວນກົດໝາຍ ແພ່ງ ແລະ ມາດຕາ 4 ໄດ້ກຳ ນົດນະໂຍບາຍຂອງລັດຕໍ່ປະ ມວນກົດໝາຍ, ໝວດທີ 2: ໄດ້ກຳນົດຫຼັກການພື້ນຖານ ຂອງປະມວນກົດໝາຍແພ່ງ (ແຕ່ມາດຕາ 6-11) ໝວດນີ້ ໄດ້ກຳນົດໃໝ່ທັງໝົດ ໂດຍອີງ ໃສ່ບົດຮຽນຂອງ ສປປ ລາວ ໃນ ການຮ່າງກົດໝາຍ ແລະ ກົດໝາຍຂອງ ສປປ ລາວ ທີ່ມີ ຜົນສັກສິດໃນປັດຈຸບັນ ແລະ ອີງໃສ່ກົດໝາຍຂອງຕ່າງປະ ປະເທດຈຳນວນໜຶ່ງ, ນອກ ຈາກນີ້ ສສຊ ຍັງໄດ້ປະກອບຄຳ ເຫັນໃສ່ເກືອບທຸກພາກ ທຸກ ໝວດ ເພື່ອເຮັດໃຫ້ຮ່າງກົດ ໝາຍສະບັບດັ່ງກ່າວສອດຄ່ອງ ກັບສະພາບຄວາມເປັນຈິງໃນ ປັດຈຸບັນ.


ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ
Powered by Blogger.