Header Ads

ສະຫະລັດ ຈະຕິດອາວຸດ ໃຫ້ກັບ ພວກນັກລົບ ຊາວເຄີດ ໃນຊີເຣຍ

ພາບນີ້ ສະໜອງໂດຍ ກຳລັງປະຊາທິປະໄຕຂອງຊີເຣຍ ຫຼື SDF ສະແດງໃຫ້ເຫັນນັກລົບ ຂອງ SDF ຖືອາວຸດຊະນິດຕ່າງໆ ຂະນະທີ່ ມຸ້ງໜ້າໄປຍັງເມືອງ Tabqa ທາງພາກເໜືອຂອງຊີເຣຍ, ວັນທີ 30 ເມສາ 2017.
ພາບນີ້ ສະໜອງໂດຍ ກຳລັງປະຊາທິປະໄຕຂອງຊີເຣຍ ຫຼື SDF ສະແດງໃຫ້ເຫັນນັກລົບ ຂອງ SDF ຖືອາວຸດຊະນິດຕ່າງໆ ຂະນະທີ່ ມຸ້ງໜ້າໄປຍັງເມືອງ Tabqa ທາງພາກເໜືອຂອງຊີເຣຍ, ວັນທີ 30 ເມສາ 2017.ປະທານາທິບໍດີ ດໍໂນລ ທຣຳ ໄດ້ອະນຸມັດ ໃຫ້ທຳນຽບຫ້າແຈ ຕິດອາວຸດ ໃຫ້ກັບກອງກຳລັງປະຊາທິປະໄຕຂອງຊີເຣຍ ຫຼື SDF ຂອງຊາວເຄີດ ອັນເປັນການເຄື່ອນໄຫວ ທີ່ຈະເຮັດໃຫ້ ສະຫະລັດ ຂັດແຍ້ງກັບ ເທີກີ ທີ່ເປັນພັນທະມິດ​ໃນອົງການເນໂຕ້.ຫົວໜ້າໂຄສົກ ທຳນຽບຫ້າແຈ ທ່ານ Dana W. White ໄດ້ກ່າວໃນວັນອັງຄານວານນີ້ວ່າ ກຳລັງຂອງຊາວເຄີດ ທີ່ປະກອບ​ເປັນ​ ຫລາຍ​ກວ່າ​ເຄິ່ງນຶ່ງ​ຂອງພວກນັກລົບ SDFນັ້ນ ຈະຖືກຕິດອາວຸດ “ທີ່ຈຳເປັນ ເພື່ອຮັບປະກັນໃຫ້ເອົາໄຊຊະນະ ກຸ່ມລັດອິສລາມ
ໃນເມືອງ Raqqa ຂອງຊີເຣຍ ໄດ້ຢ່າງຈະແຈ້ງ.”ທ່ານ White ໄດ້ກ່າວອີກວ່າ “ກຸ່ມ SDF ດ້ວຍການຮ່ວມມື ທີ່ຈະເພີ່ມ ຄວາມອາດສາມາດ ຈາກການສະໜັບສະໜູນຂອງ ສະຫະລັດ ແລະ ກອງກຳລັງປະສົມ ຈະເປັນ
ກອງກຳລັງພາກພື້ນດິນ ເທົ່ານັ້ນ ທີ່ຈະສາມາດຍຶດເອົາເມືອງ ຣັກກາໄດ້ ຢ່າງສຳເລັດຜົນ ໃນອະນາຄົດອັນໃກ້ໆນີ້.”
ອັງກາຣາ ຄັດຄ້ານຕໍ່ການມີ​ຄວາມສຳພັນ ຂອງວໍຊິງຕັນ ກັບ ກອງກຳລັງຊາວເຄີ​ດ​ ໃນຊີເຣຍ ທີ່ກຳລັງຕໍ່ສູ້ ກຸ່ມລັດອິສລາມ. ເທີກີ ໂຕ້ຖຽງວ່າ ພວກທະຫານບ້ານຊາວເຄີດຈາກກຸ່ມ SDF ທີ່ຮູ້ຈັກກັນ​ໃ​ນຊື່ YPG ນັ້ນ ແມ່ນເປັນກຸ່ມກໍ່ການຮ້າຍ ທີ່​ເປັນ​ເຄືອ​ຂ່າຍກັບ ກຸ່ມພັກກຳມະກອນເຄີດິສຖານ ຫຼື PKK ທີ່ເປັນກຸ່ມກໍ່ການຮ້າຍ ນອກກົດໝາຍ ທີ່ໄດ້ສູ້ລົບກັບ ລັດຖະບານເທີກີ ມາໄດ້ຫຼາຍປີແລ້ວ.ທ່ານໄວ້ ໄດ້ກ່າວວ່າ ທຳນຽບຫ້າແຈ “ຮູ້ຈັກດີຢູ່ແລ້ວ” ກ່ຽວ​ກັບຄວາມກັງວົນດ້ານ
ຄວາມໝັ້ນຄົງ ຂອງເທີກີ ແລະ ກໍໄດ້ຄ້ຳປະກັນວ່າ ສະຫະລັດ ໝັ້ນໝາຍທີ່ຈະ “ເພີ່ມ
ການປ້ອງກັນຄວາມສ່ຽງຕໍ່ຄວາມໝັ້ນຄົງຕື່ມ ແລະ ປົກປ້ອງພັນທະມິດ ອົງການເນໂຕ້ ຂອງພວກເຮົາ.”ທຳນຽບຫ້າແຈ ກ່າວວ່າ ລັດຖະມົນຕີປ້ອງກັນປະເທດ ທ່ານ Jim Mattis ໄດ້ໂອ້ລົມກັບ ລັດຖະມົນຕີປ້ອງກັນປະເທດຂອງເທີກີ ທ່ານ Fikri Isik ໂດຍຜ່ານທາງໂທລະສັບໃນມື້ນີ້ ຊຶ່ງຜູ້ນຳທັງ​ສອງ ກ່າວຢືນຢັນ ​ເຖິງການສະໜັບສະໜູນຂອງພວກ​ເພິ່ນ ຕໍ່​ການ
​ມີສັນຕິພາບ ແລະ ສະຖຽນລະພາບ ໃນອີຣັກ ແລະ ຊີເຣຍ.ການເຄື່ອນໄຫວດັ່ງກ່າວ ອຳນວຍໃຫ້ ສະຫະລັດ ສະໜັບສະໜູນ ກຸ່ມ SDF ກຸ່ມ YPGແລະ ກຸ່ມແນວໂຮມ ອາຣັບ​ໃນຊີເຣຍ ທັງໝົດ ຊຶ່ງ ກອງກຳລັງຂອງ ສະຫະລັດ ໄດ້ສະໜັບ
ສະໜູນມາໄດ້ຫຼາຍເດືອນ​ແລ້ວ ຢ່າງ​ເປັນການເປີດເຜີຍ.
Powered by Blogger.