Header Ads

“ປູຕິນ” ອອກໜ້າປົກປ້ອງ “ທຣັມ” ເລື່ອງບັນຫາຂໍ້ມູນລັບ


https://www.laopost.com/wp-content/uploads/2017/05/
ເມື່ອວັນທີ 17 ພຶດສະພາ 2017 ເອເອຟພີລາຍງານວ່າ ທ່ານ ໂດນັລ ທຣັມ ປະທານາທິບໍດີສະຫະລັດອາເມລິກາ ຍັງຕ້ອງພົບກັບຄຳຕຳນິທັງເລື່ອງການສັ່ງປົດ ຜູ່ອຳນວຍການສຳນັກງານສອບສວນກາງ ຫຼື ເອຟບີໄອ ອອກຈາກຕຳແໜ່ງ ແລະ ການເປີດເຜີຍຂ່າວຂໍ້ມູນລັບຂອງປະເທດໃຫ້ກັບ ທ່ານ ເຊີເກ ລາຟຮອບ ລັດຖະມົນຕີກະຊວງການຕ່າງປະ ເທດຂອງ ຣັສເຊຍ ທັງທີ່ຖືກຈັບຕາເບິ່ງວ່າປ່ອຍໃຫ້ຣັສເຊຍເຂົ້າມາແຊກແຊງການເມືອງຂອງສະຫະລັດ

ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັສເຊຍ ກ່າວເຖິງກໍລະນີດັ່ງກ່າວວ່າ ລັດຖະບານຣັສເຊຍພ້ອມມອບບັນທຶກການສົນທະນາແລກປ່ຽນຂໍ້ມູນລະຫວ່າງ ທ່ານ ລາຟຮອບ ກັບ ທ່ານ ທຣັມ ໃຫ້ແກ່ສະພາຄອງເກຣສຂອງສະຫະລັດ ຫາກລັດຖະບານສະຫະລັດເຫັນວ່າເປັນໄປໄດ້ທີ່ຈະລົບລ້າງຂໍ້ກ່າວຫາ

ທັງນີ້ ເຈົ້າໜ້າທີ່ຣັສເຊຍອະທິບາຍວ່າ ບັນທຶກການສົນທະນາດັ່ງກ່າວທີ່ ທ່ານ ປູຕິນເອີ່ຍເຖິງເປັນເອກະສານ ບໍ່ແມ່ນເທັບສຽງໃດໆເລີຍ

ຜູ່ນຳຣັສເຊຍຍັງກ່າວປະຊົດເຖິງການມີຄົນຕັ້ງຂໍ້ສັງເກດວ່າ ທຣັມ ລ້ຳເສັ້ນໃນການແບ່ງປັນຂໍ້ມູນໃຫ້ກັບຣັສເຊຍ ວ່າຖ້າເປັນເລື່ອງຈິງແທ້ ຕົນເອງກໍ່ຄົງຈະຕຳນິ ລາຟຣອບໄປແລ້ວວ່າ ເປັນຫຼັງ ລາຟຣອບຄືບໍ່ເຫັນນຳຂອງມູນມາລາຍງານຕົນ ຫຼື ຜູ້ແທນຄວາມໝັ້ນຄົງຂອງຣັສເຊຍໃຫ້ຮັບຮູ້ເລີຍ



ແຫລ່ງຂ່າວ: ເວັບໄຊ ຂ່າວສົດ
Powered by Blogger.