Header Ads

ທີມນັກບູຮານຄະດີອີຢິບຄົ້ນພົບຊາກມຳມີ່ເຖິງ 17 ຮ່າງ

https://www.laopost.com/wp-content/uploads/2017/05/
ສຳນັກຂ່າວເອເອຟພີລາຍງານວ່າ ກະຊວງກິດຈະການບູຮານວັດຖຸສະຖານຂອງອິຢິບຖະແຫຼງໃນວັນເສົາ (13/05/2017)ວ່າ ຄະນະນັກບູຮານຄະດີຊາວອີຢິບຄົ້ນພົບຊາກມຳມີ່ຈຳນວນ 17 ຮ່າງ ຢູ່ໃນສຸສານໃຕ້ດິນທີ່ພົບໃນທູນາ-ເອກາບັລ ໃນແຂວງ ມິນຍາ ທາງພາກກາງຂອງປະເທດອິຢິບ

ທ່ານ ຄາເລດ ເອລ-ອີນານີ ລັດຖະມົນຕີກະຊວງກິດຈະການບູຮານວັດຖຸສະຖານຂອງອີຢິບ ເປີດຖະແຫຼງຂ່າວໃກ້ກັບຈຸດທີ່ຄົ້ນພົບຊາກມຳມີ່ນີ້ວ່າ ເປັນການຄົ້ນພົບສຸສານທີ່ມີຊາກຮ່າງມຳມີ້ເປັນຈຳນວນຫຼາຍນີ້ຖືວ່າເປັນຄັ້ງທຳອິດໃນພື້ນທີ່ທາງພາກກາງຂອງປະເທດ

ທ່າ ໂມຮັມເໝັດ ແຮມຊາ ຜູ້ອຳນວຍການຝ່າຍຂຸດຄົ້ນຫາວັດຖຸບູຮານແຫ່ງມະຫາວິທະຍາໄລໄຄໂຣ ກ່າວວ່າ ການຄົ້ນພົບຄັ້ງນີ້ມີຄວາມສຳຄັນຫຼາຍ ແລະ ບໍ່ເຄີຍເກີດຂຶ້ນມາກ່ອນ ເພາະນີ້ຖືເປັນການຄົ້ນພົບສຸສານມະນຸດເປັນຄັ້ງທຳອິດໃນພື້ນທີ່ດັ່ງກ່າວ ໂດຍພື້ນທີ່ເຂດທຸນາ ເອລ-ກາບັລແຫ່ງນີ້ມີອາຍຸຍ້ອນໄປໃນຍຸກເກຣໂກ-ໂຣມັນ ທີ່ເປັນຊ່ວງລະຫວ່າງສັດຕະວັດທີ 3 ກ່ອນ ຄຣິສສັກກະຣາຊ ເຖິງ ສັດຕະວັດທີ 3 ແຫ່ງຄຣິສສັກກະຣາຊ.
Powered by Blogger.