Header Ads

ຈີນທຸ້ມງົບປະມານມະຫາສານໃສ່ໂຄງການ ໜຶ່ງແລວທາງ ໜຶ່ງເສັ້ນທາງ

https://www.laopost.com/wp-content/uploads/2017/05/
ສຳນັກຂ່າວຕ່າງປະເທດລາຍງານ 14 ພຶດສະພາ 2017 ວ່າ: ນະໂຍບາຍໜຶ່ງແລວທາງ ໜຶ່ງເສັ້ນທາງ ນີ້ເປັນແຜນການທີ່ສຳຄັນຂອງທ່ານ ສີ ຈິນຜິງ ປະທານປະເທດຈີນ ທີ່ໄດ້ເລີ່ມຂຶ້ນເມື່ອປີ 2013 ເຊິ່ງຈະເຊື່ອມຈອດເສັ້ນທາງການຄ້າລະຫວ່າງຈີນກັບພູມມິພາກອາຊີ, ອາຟຣິກາ ແລະ ເອີຣົບ ໂດຍອ້າງອີງຈາກເສັ້ນທາງສາຍໄໝໃນອະດີດ ເຊິ່ງຄັ້ງນີ້ໃຊ້ພື້ນຖານໂຄງລ່າງເປັນຕົວນຳໃນການພັດທະນາຄວບຄຸມ 65 ປະເທດ ກວມເອົາ 60% ຂອງປະຊາກອນໂລກ ແລະ ປະມານ 1 ໃນ 3 ຂອງຜະລິດຕະພັນມວນລວມຂອງໂລກ (GDP)ນະໂຍບາຍນີ້ຖືກໃຊ້ເປັນທາງອອກສຳລັບບັນຫາການຜະລິດເກີນຂອງອຸດສາຫະກຳຈີນ ແລະ ຍັງມີບົດບາດໃນດ້ານພູມສາດການເມືອງຂອງລັດຖະບານຈີນອີກດ້ວຍ, ທ່ານນາງ ບອນນີ ເກວເຊີ້ ຜູ້ຊ່ຽວຊານຈາກສູນຍຸດທະສາດ ແລະ ການຕ່າງປະເທດສຶກສາ (CSIS) ກ່າວວ່າ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ມີຈຸດມຸ່ງໝາຍເພື່ອເສີມສ້າງເຄືອຂ່າຍການເພິ່ງພາທາງເສດຖະກິດລະຫວ່າງຈີນກັບປະເທດເພື່ອນບ້ານ ເຊິ່ງລັດຖະບານຈີນຫວັງທີ່ຈະປ່ຽນມັນໄປສູ່ອິດທິພົນທາງການເມືອງໃນອະນາຄົດ.

ແຫລ່ງຂ່າວ: ອິດສະຫຼະ
Powered by Blogger.