Header Ads

“ປາຣ ກີນ ເຮ” ຂຶ້ນສານເກົາຫຼີໃຕ້ໃນວັນນີ້

http://183.182.100.162:8080/sites/default/files/
ສານເກົາຫຼີໃຕ້ເປີດການສອບສວນຄະດີທຸຈະລິດຂອງທ່ານ ນາງ ປາຣ ກີນ ເຮ ອະດີດປະທານາທິບໍດີເກົາຫຼີໃຕ້ແລ້ວເມື່ອວັນທີ 23 ພຶດສະພານີ້ ໂດຍ ທ່ານ ນາງ ປາຣ ໄດ້ຖືກຕັ້ງຂໍ້ຫາຮັບສິນບົນໃຊ້ອຳນາດໜ້າທີ່ໂດຍບໍ່ຊອບທຳ ແລະ ເປີດເຜີຍຄວາມລັບຂອງຣາຊາການຮວມທັງໝົດ 18 ຂໍ້ຫາ ເຊິ່ງນາງໄດ້ປະຕິເສດທຸກຂໍ້ກ່າວຫາ
ການຖືກນຳພາຕົວມາຂຶ້ນສານເທື່ອນີ້ນັບເປັນການປະກົດຕົວຕໍ່ສາທາລະນະຢ່າງເປັນທາງການຄັ້ງທຳອິດຫຼັງຈາກທີ່ ທ່ານ ນາງ ປາຣ ຖືກຈັບກຸມເມື່ອເດືອນ ມີນາ ທີ່ຜ່ານມາ ໂດຍນາງຖືກຈາລຶກຊື່ໄວ້ໃນປະຫວັດສາດໃນຖານະ ປະທານາ ທິບໍດີຄົນທຳອິດທີ່ຖືກຖອນອອກຈາກຕຳແໜ່ງເຊິ່ງເຮັດໃຫ້ໝົດເອກະສິດຄຸ້ມກັນທີ່ມີຢູ່ ແລະ ຖືກນຳຕົວເຂົ້າສູ່ຂະບວນການສອບສວນໃນຂໍຫາຕ່າງໆ ຢ່າງເປັນທາງການ ຫຼັງຈາກການເດີນຂະບວນຂອງປະຊາຊົນ ເພື່ອສະແດງພະລັງ ຂັບໄລ່ນາງລົງຈາກຕຳແໜ່ງເປັນເວລາດົນ
ທ່ານ ນາງ ປາຣ ຢືນຢັນວ່າຕົວເອງຖືກໃສ່ຮ້າຍ ແລະ ຈັດສາກວ່າເຮັດຜິດຂໍ້ຫາຕ່າງໆ ເຊິ່ງກ່ຽວກັບນັກການເມືອງ ແລະ ບໍລິສັດຂະໜາດໃຫຍ່ຂອງເກົາຫຼີໃຕ້ ເຊິ່ງໂທດສູງສຸດໃນຄະດີສໍ້ໂກງບ້ານເມືອງຂອງເກົາຫຼີໃຕ້ແມ່ນຕ້ອງຕິດຄຸກ ຕະຫຼອດຊີວິດ ທັງນີ້ການພິຈາລະນາເລື່ອງຄະດີດັ່ງກ່າວຈະຕ້ອງໄດ້ໃຊ້ເວລາຫຼາຍເດືອນ
ແຫຼ່ງຂ່າວ: ລາວໂພສ
Powered by Blogger.