Header Ads

ກຸ່ມກໍ່ການຮ້າຍ ISIS ຢຶດເມືອງໃນຟີລິບປິນ ດູເຕີເຕ້ ປະກາດກົດໄອຍະການເສິກ

http://183.182.100.162:8080/sites/default/files/
ບໍ່ຮອດ 24 ຊົ່ວໂມງ ຫຼັງຈາກເກີດເຫດລະເບີດສະລະຊີບທີ່ຄອນເສີດຂອງອາຣີນາ ກຣານເດ ໃນເມືອງເຊັດສະເຕີ ຂອງອັງກິດ ຈົນເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 22 ຄົນ ຊັອກອັງກິດໝົດທັງເມືອງ ຂູ່ຂວັນຄົນທັງໂລກ ກ່ອນທີ່ກຸ່ມ ໄອຊິດ (ISIS: Islamic State of Iraq and Seria) ຈະອອກຖະແຫຼງການຮັບຜິດຊອບຕໍ່ເຫດການດັ່ງກ່າວ ຜູ້ທີ່ຈຸດຊະນວນຄືໜຶ່ງໃນມືສັງຫານຂອງໄອຊິດ ພາຍໃນທີ່ຊຸມນຸມຂອງຜູ້ເຮັດສົງຄາມສາດສະໜາ ໃນເມືອງແມນເຊັດສະເຕີ.

 ຂ້າມທະວີບມາຍັງຟີລິບປິນ ສຳນັກຂ່າວຕ່າງປະເທດຫຼາຍສຳນັກລາຍງານວ່າ ກຸ່ມຕິດອາວຸດເມົາເຕ້ (Maute) ຫຼື ກຸ່ມໄອຊິດແຫ່ງລາເນົາ ບຸກເຂົ້າຢຶດເມືອງມາຣາວີ ເທິງເກາະມິນດາເນົາ ທາງໃຕ້ຂອງປະເທດຟີລິບປິນ ໂດຍເກີດມີການ ຕໍ່ສູ້ຍິງປະທະກັບກອງທັບຂອງລັດຖະບານຫຼາຍຄັ້ງ ຕັ້ງແຕ່ເວລາປະມານ 14.00 ຂອງວັນທີ 23 ພຶດສະພາ 2017 ວານນີ້ ຕາມເວລາໃນທ້ອງຖິ່ນ.
ຜູ້ເຫັນເຫດການລາຍງານວ່າ ໄດ້ມີກຸ່ມຕິດອາວຸດຢ່າງໜ້ອຍ 15 ຄົນ ຖືປືນໄລເຟີນ ຍ່າງໄປຕາມເສັ້ນທາງ ແລະໄດ້ຍິງປືນເຂົ້າໃສ່ບ້ານເຮືອນປະຊາຊົນແລະສຳນັກງານລັດຖະການຕ່າງໆ ພ້ອມທັງປະກາດຫ້າມບໍ່ໃຫ້ປະຊາຊົນອອກ ຈາກເຮືອນ. ພວກກຸ່ມຕິດອາວຸດ ເມົາເຕ້ ໄດ້ເຂົ້າກວດຄົ້ນແຕ່ລະເຮືອນ ຖ້າຫາກໃຜບໍ່ແມ່ນຊາວມຸດສະລິມຈະຖືກຈັບໄປເປັນໂຕປະກັນ ກ່ອນທີ່ປະຊາຊົນຈະແຈ້ງໃຫ້ເຈົ້າໜ້າທີ່ເຂົ້າມາແກ້ໄຂສະຖານະການ.
ດ້ານປະທານາທິບໍດີ ດູເຕີເຕ ທີ່ກຳລັງຢ້ຽມຢາມລັດເຊຍ ໄດ້ສັ່ງການຂ້າມທະວີບມາຍັງຟີລິບປິນ ປະກາດກົດໄອຍະການເສິກທົ່ວເກາະມິນດາເນົາ ພ້ອມທັງໄດ້ສົ່ງທະຫານແລະຕຳຫຼວດເຂົ້າໄປຕໍ່ສູ້ກັບພວກກຸ່ມກໍ່ການຮ້າຍ ເຊິ່ງມາຮອດປັດຈຸບັນນີ້ ສະຖານະການຍັງບໍ່ເບົາບາງລົງແຕ່ຢ່າງໃດ.
ແຫຼ່ງຂ່າວ: ລາວໂພສ
Powered by Blogger.