Header Ads

ນາຍົກ ແຕ່ງຕັ້ງຄະນະສະເພາະກິດ ຮັບປະກັນເສດຖະກິດຂະຫຍາຍໂຕ

ผลการค้นหารูปภาพสำหรับ ທອງລຸນ
ພະນະທ່ານ ປອ. ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຈັດຕັ້ງທີມງານສະເພາະກິດ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນ ,ຕາມແຜນການທີ່ວາງໄວ້ ໃນປີ 2017 ໂດຍເປັນການປະສານງານ ລະຫວ່າງ 4 ກະຊວງ ກັບ 1 ສຳນັກງານ.

ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນຖະແຫລງວ່າ ຄະນະລັດຖະບານລາວ ພາຍໃຕ້ການນຳຂອງທ່ານທອງລຸນ ສີສຸລິດນາຍົກລັດຖະມົນຕີ ໄດ້ມີຄຳສັ່ງໃຫ້ຈັດຕັ້ງທີມງານສະເພາະກິດ ຂຶ້ນມາຄະນະນຶ່ງ ເມື່ອບໍ່ນານມານີ້ ເພື່ອໃຫ້ຮັບຜິດຊອບການຈັດຕັ້ງປະຕິບັດໃນທຸກໆດ້ານ ເພື່ອຮັບປະກັນໃຫ້ເສດຖະກິດມະຫາພາກຂອງລາວ ຂະຫຍາຍຕົວເພີ່ມຂຶ້ນຕາມແຜນການເປົ້າໝາຍທີ່ວາງໄວ້ ໃນປີ2017 ນີ້ ໂດຍເປັນການປະສານງານ ລະຫວ່າງ 4 ກະຊວງ ກັບ 1ສຳນັກງານ ຂອງລັດດັ່ງທີ່ ທ່ານສຸພັນ ຢືນຢັນວ່າ:“ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ແລະສັງຄົມ ປີ 2017ເພື່ອເຮັດໃຫ້ເສດຖະກິດມະຫາພາກມີຄວາມໝັ້ນຄົງ ມີສະຖຽນລະພາບທ່ານນາຍົກກໍໄດ້ຈັດຕັ້ງທີມງານເສດຖະກິດຂຶ້ນ ມີສີ່ຫ້າກະຊວງຫລັກ ກະຊວການເງິນ ກະຊວງແຜນການ ທະນາຄານ ກະຊວງການຄ້າ ແລະສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງໄດ້ປະຊຸມກັນໃນທຸກໆເດືອນວາງມາດຕະການ ຄົ້ນຄວ້ານະໂຍບາຍຕ່າງໆ ເພື່ອສະເໜີລັດຖະບານໃນແຕ່ລະເດືອນຫັ້ນ ເພື່ອວາງອອກໄປຈັດຕັ້ງປະຕິບັດ.”

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນກໍບໍ່ ແມ່ນເລື່ອງງ່າຍ ເພາະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນ ໃນການປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ 10 ມາດຕະການທີລັດຖະບານລາວໄດ້ກຳນົດໄວ້ໃນແຜນການປີ 2016-2017 ທີ່ປະກອບດ້ວຍການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະໝັ້ນທ່ຽງ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວ ບໍ່ໃຫ້ຫລຸດ 7 ເປີເຊັນ ສືບຕໍ່ປັບປຸງການຄຸ້ມຄອງລະບົບການເງິນແລະງົບປະມານໃຫ້ແຂງແຮງແຮງ ດ້ວຍການປະຕິຮູບກົນໄກການເກັບລາຍຮັບ
ໃຫ້ເຂົ້າສູ່ລະບົບທັນສະໄໝ ແລະໂປ່ງໃສ ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບສືບຕໍ່ການປະຕິບັດນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດ ປັບປຸງສະພາວະແວດລ້ອມ ໃນການດຳເນີນທຸລະກິດ ສົ່ງເສີມການລົງທຶນພາຍໃນ ແລະ ຈາກຕ່າງປະເທດໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຸກຍູ້ສົ່ງເສີມການຜະລິດສິນຄ້າ ແລະ ພັດທະນາການບໍລິການ ໂດຍສຸມໃສ່ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳສັງຄົມ ແລະແກ້ໄຂຄວາມທຸກຍາກ ຄົ້ນຄວ້າຜັນຂະຫຍາຍແລະຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງໃຫ້ເປັນແຜນການ ແລະໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ບໍລິຫານລັດຖະການຕາມລະບຽບກົດໝາຍຢ່າງເຂັ້ມງວດ ທີ່ແນໃສ່ການຕ້ານ ການສໍ້ລາດບັງຫລວງໃຫ້ເປັນຮູບປະທຳ ສະເໜີສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນ ໃຫ້ຕິດຕາມກວດກາການປັບປຸງນິຕິກຳ ໃຫ້ສອດຄຮ້ອງກັບສະພາບການຕົວຈິງ ແລະການຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ໄດ້ຢ່າງຄັກແນ່.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ປັບລົດຄາດໝາຍການຂະຫຍາຍຕົວ ທາງເສດຖະກິດລົງ ຈາກ 7.5 ເປີເຊັນ ເປັນ 7 ເປີເຊັນ ຕໍ່ປີໃນໄລຍະ 4 ປີ ທີ່ເຫຼືອຂອງແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ໄລຍະ 5 ປີ ຄັ້ງທີ 8 ທີ່ຈັດຕັ້ງປະຕິບັດ ຢູ່ໃນເວລານີ້ ແລະຍັງຈະຈັດຕັ້ງປະຕິບັດໄປຈົນເຖິງປີ 2020 ຊຶ່ງຖ້າຫາກເປັນໄປຕາມຄາດໝາຍດັ່ງກ່າວ ກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP)ມີມູນຄ່າລວມກວ່າ 597,682 ຕືກີບ ຄິດສະເລ່ຍຕໍ່ຫົວປະຊາຊົນລາວ ທີ່ລະດັບ 23.82 ລ້ານກີບ ຫຼື 2,978 ຕໍ່ຄົນໃນປີ 2020.

ຫາກແຕ່ວ່າ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ກໍຈະຕ້ອງນຳໃຊ້ເງິນທຶນ ບໍ່ນ້ອຍກວ່າ 173,328 ຕື້ກີບ ຫຼື 21,666 ລ້ານໂດລາ ໂດຍຄິດເປັນ 29 ເປີເຊັນ ຂອງ GDP.

ຂໍຂອບໃຈ
ຂໍ້ມູນ : Support Prime Minister Thongloun Sisoulith
Powered by Blogger.