Header Ads

ລັດວິສາຫະກິດໄຟຟ້າລາວ EDL ປະສົບປັນຫາໜີ້ສິນມະຫາສານ ຈາກຜົນກະທົບໜີ້ຄ້າງຈ່າຍຈາກຜູ້ນຳໃຊ້ ແລະ ການລົງທຶນ

ລັດວິສາຫະກິດໄຟຟ້າລາວ EDL ປະສົບປັນຫາໜີ້ສິນມະຫາສານ ຈາກຜົນກະທົບໜີ້ຄ້າງຈ່າຍຈາກຜູ້ນຳໃຊ້ ແລະ ການລົງທຶນ
ລາຍງານຂ່າວຫຼ້າສຸດຈາກ Vientiane Times, ລາຍງານວ່າ ລັດວິສາຫະກິດໄຟຟ້າລາວ ຫຼື EDL (ຢ່າສັບສົນກັບ EDL GEN ຫຼື ບໍລິສັດຜະລິດໄຟຟ້າລາວ ຈຳກັດມະຫາຊົນ) ກຳລັງປະສົບປັນຫາເລື່ອງໜີ້ສິນຈຳນວນມະຫາສານ ຈາກປັນຫາບິນຄ້າງຈ່າຍຈາກຜູ້ຊົມໃຊ້ ແລະ ການເງິນທີ່ໃຊ້ໃນການລົງທຶນຂອງທາງລັດວິສາຫະກິດ ຕາມການລາຍງານຂອງທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ດຣ. ຄຳມະນີ ອິນທິລາດໃນກອງປະຊຸມຊະພາເມື່ອບໍ່ດົນມານີ້.
ເຊິ່ງຕໍ່ປັນຫາດັ່ງກ່າວນີ້ ສ່ວນນຶ່ງແມ່ນມາຈາກຜູ້ຊົມໃຊ້ທົ່ວໄປ ແລະ ອີກສ່ວນນຶ່ງກໍ່ແມ່ນຍ້ອນຫຼາຍອົງກອນລັດ ແມ່ນຊຳລະຄ່າໄຟຊ້າ ຫຼື ບໍ່ຕົງເວລາ. ເຊິ່ງຕາມການລາຍງານແລ້ວ ນີ້ສິນຈາກບິນທີ່ຄ້າງຈ່າຍຈາກຜູ້ຊົມໃຊ້ທັງໝົດປັດຈຸບັນແມ່ນປະມານ 1,217 ຕື້ກີບ (ໜຶ່ງພັນສອງຮ້ອຍສິບເຈັດ ຕື້ກີບ); ໃນຈຳນວນດັ່ງກ່າວແມ່ນ 326ຕື້ກີບ (ສາມຮ້ອຍຊາວຫົກຕື້ກີບ) ແມ່ນເປັນໜີ້ທີ່ອົງກອນລັດຄ້າງຊຳລະ ແລະ 149ຕື້ກີບ (ໜຶ່ງຮ້ອຍສີ່ສິບເກົ້າຕື້ກີບ) ເປັນໜີ້ຈາກຜູ້ໃຫ້ບໍລິການຊົນລະປະທານ, ແລະທີ່ຍັງເຫຼືອແມ່ນໜີ້ຄົງຄ້າງຈາກຜູ້ຊົມໃຊ້ໄຟຟ້າທົ່ວໄປ ແລະ ຫົວຫນ່ວຍທຸລະກິດເອກະຊົນ.
ແນວໃດກໍ່ຕາມ ໜີ້ຄົງຄ້າງຈາກຜູ້ຊົມໃຊ້ທົ່ວໄປ ແລະ ຫົວຫນ່ວຍທຸລະກິດເອກະຊົນແມ່ນເປັນພຽງໄລຍະສັ້ນເທົ່ານັ້ນ ຕາມການລາຍງານຈາກເຈົ້າໜ້າທີ່ອາວຸດໂສຂອງ EDL ເພາະສ່ວນໃຫຍ່ແມ່ນກຸ່ມລູກຄ້າເຫຼົ່ານີ້ສຳລະຕາມເວລາອັນຄວນ. ແຕ່ປັນຫາໃຫຍ່ທີ່ເຮັດໃຫ້ມີຜົນກະທົບກໍ່ຄືໜີ້ຄົງຄ້າງຈາກອົງກອນລັດ ເຊິ່ງເປັນໜີ້ສະສົມມາແຕ່ສົກປີ 2014-15.
ທ່ານ ດຣ. ຄຳມະນີ ຍັງໄດ້ຮ້ອງຂໍໃຫ້ທາງໜ່ວຍງານລັດເອົາໃຈໃສ່ໃນເລື່ອງຂອງການຊຳລະເງິນຄ່າໄຟຟ້າ ພ້ອມດຽວກັນນັ້ນ ທ່ານຍັງໄດ້ກ່າວອີກວ່າກຳລັງຫາທາງອອກກັບກະຊວງກະສິກຳ ແລະ ປ່າໄມ້ ໃນການຫາທາງອອກເລື່ອງໜີ້ຄົງຄ້າງໃນສ່ວນຂອງຊົນລະປະທານ
ນອກຈາກໜີ້ຄ້າງຈ່າຍຈາກຜູ້ຊົມໃຊ້ໄຟຟ້າແລ້ວ EDL ຍັງມີໜີ້ທີ່ຕ້ອງຊຳລະໃຫ້ກັບຜູ້ປ່ອຍເງິນກູ້ໃຫ້ກັບລັດວິສາຫະກິດ ທີ່ນຳໄປໃຊ້ໃນການລົງທຶນຂອງທາງລັດວິສາຫະກິດເອງ ເຊິ່ງຕາມໂຕເລກທີ່ລາຍງານແມ່ນໜີ້ທັງໝົດທີ່ທາງ EDL ມີແມ່ນ 7,291.6 ຕື້ນກີບ ເຊິ່ງລວມກັບໜີ້ໄລຍະຍາວ. ເຊິ່ງການລາຍງານຂອງທ່ານ ໂກມົນຈັນ ເພັດອາສາ ຮອງຜູ້ອຳນວຍການໃຫຍ່ໃຫ້ຂໍ້ມູນກັບວຽງຈັນທາມວ່າ ເງິນທີ່ໜີ້ສ່ວນໃຫຍ່ທີ່ທາງລັດວິສາຫະກິດມີແມ່ນເງິນທີ່ກູ້ຢືມມາເພື້ອການລົງທຶນເຂົ້າໃນການ ຂະຫຍາຍໂຄງຂ່າຍການໃຫ້ບໍລິການໄຟຟ້າ ຂະຫຍາຍເຂົ້າໄປເຂດຫ່າງໄກຊອກຫຼີກ ແລະ ຂະຫຍາຍໂຄງຂ່າຍຂອງສາຍສົ່ງໄຟຟ້າຂອງປະເທດ ພ້ອມດຽວກັນນັ້ນກໍ່ຍັງມີການລົງທຶນໃນເຂື່ອນຜະລິດໄຟຟ້ານຳອີກດ້ວຍ.



ຂໍຂອບໃຈ
ຂໍ້ມູນ : Vientiane Times
Powered by Blogger.