Header Ads

ລັດເຊຍ-ຈີນ ຈັບມືກັນຜະລິດເຮືອບິນໂດຍສານ

http://183.182.100.162:8080/sites/default/files/
ສຳນັກຂ່າວເອເອັບພີລາຍງານຈາກນະຄອນຊຍງໄຮ້ ປະເທດຈີນ ເມື່ອວັນທີ 22 ພຶດສະພາວ່າ ຜູ້ບໍລິຫານຂອງບໍລິສັດຄອມເມີຊຽວ ແອຣຄຣາບ ຄໍປໍເຣຊັ່ນ ອອບ ໄຊນ່າ ຫຼື ໂຄແມກ ຂອງລັດຖະບານຈີນແລະບໍລິສັດຢູໄນເຕັດ ແອຣຄຣາບ ຄໍປໍເຣຊັ່ນ ຫຼືຢູເອອີ ຂອງລັດເຊຍ ປະກາດການກໍ່ຕັ້ງກິດຈະການຮ່ວມທຶນຢ່າງເປັນທາງການ ທີ່ເມືອງຊຍງໄຮ້ ເມື່ອວັນຈັນ ການປະກາດມີຂື້ນພຽງ 2 ອາທິດ ລັງຈີນປະສົບຄວາມສຳເລັດໃນການທົດສອບບິນ ເຮືອບິນໂດຍສານຂະໜາດໃຫຍ່ລຳທຳອິດທີ່ຜະລິດຂື້ນເອງໃນປະເທດທັງລຳ

ແຜນການຜະລິດເຮືອບບິນໄອພົ່ນໂດຍສານຂະໜາດໃຫຍ່ລຳໂຕກວ້າງ ຖືກເປີດເຜີຍຄັ້ງທຳອິດເມື່ອເດືອນ ມິຖຸນາປີກາຍ ເມື່ອປະທານາທິບໍດີ ວາລາດິເມຍ ປູຕິນ ຂອງລັດເຊຍ ພົບປະກັບປະທານາທິບໍດີ ສີຈິ້ນຜິງ ຜູ້ນຳຈີນ ທີ່ກຸງປັກກິ່ງ ແລະສື່ທາງການຈີນລາຍງານກ່ອນໜ້ານີ້ ໂດຍອ້າງການເປີດເຜີຍຂອງເຈົ້າໜ້າທີ່ລັດຖະບານວ່າ ໂຄງການຮ່ວທຶນນີ້ມີມູນຄ່າປະມານ 13,000-20,000 ລ້ານໂດລາສະຫະລັດ

ຈີນປະສົບຄວາມຄືບໜ້າຄັ້ງສຳຄັນ ໃນອຸດສາຫະກຳເຮືອບິນໂດຍສານ ເມື່ອຕົ້ນເດືອນພຶດສະພາ ຈາກການທົດສອບເຮືອບິນໄອພົ່ນລຳໂຕແຄບ ຊີ 918 ຂອງບໍລິສັດໂຄແມກເໜືອເມືອງຊຍງໄຮ້ ໂດຍເຮືອບິນຮຸ່ນນີ້ເຊິ່ງມີ 168 ບ່ອນນັ່ງ ແລະຜະລິດເພື່ອບິນໃນເສັ້ນທາງໄລຍະສັ້ນກວ່າໃນພູມິພາກ ຖືເປັນຄວາມສຳເລັດຈາກຄວາມພະຍາຍາມເກືອບ 10 ປີ ໃນການເຮັດຕາມເປົ້າມາຍທີ່ລັດຖະບານກຳໜົດໄວ້ ໃນການຫຼຸດການເພິ່ງພາເຮືອບິນຂອງບໍລິສັດແອຣບັສຂອງເອີຮົບ ແລະໂບອິ້ງຂອງສະຫະລັດ

ປະຈຸບັນແອຣບັສແລະໂບອິງຄອງຕະຫຼາດເຮືອບິນໂດຍສານຂອງຈີນ ທີ່ກຳລັງເຕີບໂຕແບບກ້າວກະໂດດ ຂະນະທີ່ຄວາມຕ້ອງການເດີນທາງໂດຍເຮືອບິນຂອງລຸກຄ້າພຸ່ງສູງ

ລາຍງານຂອງສື່ຈີນ ລະບຸວ່າ ເຮືອບິນໂດຍສານຮຸ່ນໃມ່ ຈີນ-ລັດເຊຍ ເຊິ່ງຈະໄຊ້ຊື່ຮຸ່ນວ່າ 929 ຈະມີ 280 ບ່ອນນັ່ງ ພິໃສບິນໄກ 12,000 ກມ. ເຊິ່ງຈະເປັນຄູ່ແຂ່ງໂດຍກົງກັບໂບອິ້ງ 787 ແລະແອຣບັສ ເອ350

ຜູ້ຊ່ຽງຊານຈາກວົງການບິນຄາດວ່າ ຈີນເປັນຕະຫຼາດການບິນໂດຍສານຂະນາດໃຫຍ່ທີ່ສຸດໃນໂລກ ໃນອີກບໍ່ເທົ່າໃດປີຂ້າງໜ້າ ແລະປະທານາທິບໍດີສີ ຈິ້ນຜິງ ໄດ້ເນັ້ນຢ້ຳເຖິງຄວາມສຳຄັນຂອງເຮືອບິນໂດຍສານຜະລິດໃນຈີນ ເພື່ອຮອງຮັບການເຕີບໂຕຂອງຕະຫຼາດໃນປະເທດ
Powered by Blogger.