Header Ads

"ເບັ້ນ​​ ເຣສ​ຊິ່ງ​" ຕ້ອງ​ນອນ​ຄຸກ​ ສານ​ອາ​ຍາ​ບໍ່​ອະ​ນຸ​ມັ​ດໃຫ້​ປະ​ກັນ​ຕົວ​

"ເບັ້ນ​​ ເຣສ​ຊິ່ງ​" ຕ້ອງ​ນອນ​ຄຸກ​ ສານ​ອາ​ຍາ​ບໍ່​ອະ​ນຸ​ມັ​ດໃຫ້​ປະ​ກັນ​ຕົວ​
ສານ​ອາ​ຍາ​ ຣັດສະ​ດາ​ພິ​ເສກ​ ພິຈາລະນາ​ບໍ່​ອະນຸຍາດ​ໃຫ້​ປະ​ກັນ​ຕົວ​ "ເບັ້ນ​​ ເຣ​ສ​ຊິ່ງ​ " ຫຼັງ​ຍື່ນ​ຫຼັກ​ຊັບ​ 3 ລ້ານ​ບາດ​ ເນື່ອງ​ຈາກ​ເປັນ​ຄະດີ​ທີ່​ມີ​ໂທດ​ເຖິງ​ຂຶ້ນ​ປະຫານ​ຊີວິດ​

(29 ພຶດສະພາ​) ຜູ້​ສື່​ຂ່າວລາຍ​ງານ​ວ່າ​ ພາຍ​ຫຼັງ​ຈາກ​ທີ່​ ທ້າວ ອັກຄະລະ​ກິດ​​ ວໍລະ​ໂຣດ​ຈະເລີນ​ເດດ​ ຫລື​ ເບັ້ນ​​ ເຣ​ສ​ຊິ່ງ​ ຈຳ​ເລີຍ​ຄະດີ​ຟອກ​ເງິນ ​ແລະ​ໃຫ້​ການ​ສະໜັບ​ສະໜູນ​ຜູ້​ກະທຳ​ຜິດ​ກ່ຽວກັບ​ຢາ​ເສບ​ຕິດ​ ໄດ້​ໃຫ້​ການ​ກັບ​ເຈົ້າ​ຫນ້າທີ່​ສອບ​ຄຳ​ໃຫ້​ການ​ ພ້ອມ​ກັບ​ຈຳ​ເລີຍ​ຮ່ວມ​ທັງຫມົດ​ 3 ຄົນ​ ສຳເລັດ​​ ໂດຍ​ໃຊ້​ເວລາ​ດົນ​ກວ່າ​ 3 ຊົ່ວ​ໂມງ​ ທະ​ນາຍ​ຄວາມ​ໄດ້​ຍື່ນ​ຫຼັກ​ຊັບ​ 3 ລ້ານ​ບາດ​ ເພື່ອຂໍປ່ອຍ​ຕົວ​ຊົ່ວ​ຄາວ​

ລ່າ​ສຸດ​ ສານ​ອາ​ຍາ​ ໄດ້​ມີ​ຄຳ​ສັ່ງ​ບໍ່​ອະນຸຍາດ​ໃຫ້​ປະ​ກັນ​ຕົວ​ ເນື່ອງ​ຈາກ​ເປັນ​ຄະດີ​ໂທດ​ສູງ​ເຖິງ​ປະຫານ​ຊີວິດ​ ສ່ວນ​ທາງ​ດ້ານ​ໄອຍາ​ການ​ໂຈດ​​ກໍ​ຄັດ​ຄ້ານ​ປະ​ກັນ​ຕົວ​ເຊັ່ນ​ດຽວ​ກັນ​ ເຮັດໃຫ້​ຖືກ​ຄວບ​ຄຸມ​ຕົວ​ໄປ​ຂັງ​ໄວ້​​ສະຖານ​ບຳ​ບັດ​ພິເສດ​ກາງ​ ຖ້າຈົນ​ກວ່າ​ຈະ​ມີ​ການ​ດຳ​ເນີນ​ການ​ຍື່ນ​ຂໍປະ​ກັນ​ຕົວ​ເທື່ອ​ໃໝ່​ ແລະ​ສານ​ໃຫ້​ອະນຸຍາດ​ ຫລື​ຈົນ​ກວ່າ​ຄະດີ​ຈະ​ມີ​ຄຳ​ພິພາກສາ​ສັ່ງ​ໃຫ້​ຍົກ​ຟ້ອງ​ຕໍ່ໄປ​
ແຫຼ່ງຂ່າວ : ມ່ວນ

Powered by Blogger.