Header Ads

ສານປະຕິເສດອຸທອນ ເມສຊີ ຕັດສິນໂທດຈຳຄຸກ 21 ເດືອນ ຄະດີຫຼີກລ່ຽງພາສີ

ສານປະຕິເສດອຸທອນ ເມສຊີ ຕັດສິນໂທດຈຳຄຸກ 21 ເດືອນ ຄະດີຫຼີກລ່ຽງພາສີ
ລິໂອເນລ ເມສຊີ ກອງໜ້າຕົວເກັ່ງຂອງບາເຊໂລນາ ຕ້ອງພົບກັບຂ່າວຮ້າຍ ຫຼັງສານສະເປນ ຕັດສິນໂທດຕາມເດີມ ຈາກຄວາມຜິດຖານຫຼີກລ່ຽງພາສີລະຫວ່າາງປີ 2007-2009 ໂດຍຕັດສິດໂທດຈຳຄຸກ 21 ເດືອນ

ສານສູງສຸດສະເປນ ປະຕິເສດຮັບຄຳອຸທອນຂອງ ລິໂອເນລ ເມສຊີ ຍອດດາວຍິງຄົນເກັ່ງບາເຊໂລນາ ເປັນທີ່ຮຽບຮ້ອຍ ຫຼັງພົບມີຄວາມຜິດເລື່ອງການລ່ຽງພາສີດ້ວຍຈຳນວນເງິນ 4,1 ລ້ານຢູໂຣ ລະຫວ່າງປີ 2007-2009 ທີ່ຜ່ານມາ

ໂດຍນັກເຕະຊາວອາເຈນຕິນາ ຈະຖືກຍຶດຄຳຕັດສິນເດີມດ້ວຍໂທດຈຳຄຸກດົນເຖິງ 21 ເດືອນ ແລະ ຖືກປັບດ້ວຍເງິນຈຳນວນ ປະມານ 2 ລ້ານຢູໂຣ ຂະນະທີ່ພໍ່ຂອງລາວ ຮໍເກ ເມສຊີ ຈະຖືກຫຼຸດໂທດການຈຳຄຸກເຫຼືອ 15 ເດືອນ ແລະ ຖືກປັບ 1,7 ລ້ານຢູໂຣ

ຢ່າງໃດກໍ່ຕາມ ທີ່ຜ່ານມາ ເມສຊີ ຍັງບໍ່ເຄີຍເຮັດຄວາມຜິດໃດມາກ່ອນ ຕາມກົດໝາຍສະເປນ ຫາກມີໂທດຈຳຄຸກບໍ່ເກີນ 24 ເດືອນ ກໍ່ຈະຖືກຄຸມຄວາມປະພຶດ ແລະ ຖ້າລົງໂທດຕໍ່ໄປ ໂດຍບໍ່ຈຳເປັນຕ້ອງຖືກຈຳຄຸກແຕ່ຢ່າງໃດ
Powered by Blogger.