Header Ads

“ເບັ້ນ​​ ເຣສ​ຊິ່ງ​” ສອບປາກ​ຄຳ​ໃຫ້​ການ​ສຳເລັດ​​ ຖ້າ​ລຸ້ນ​ຜົນ​ປະ​ກັນໂ​ຕ​

“ເບັ້ນ​​ ເຣສ​ຊິ່ງ​” ສອບປາກ​ຄຳ​ໃຫ້​ການ​ສຳເລັດ​​ ຖ້າ​ລຸ້ນ​ຜົນ​ປະ​ກັນໂ​ຕ​
ທ​ະນາຍ​ຄວາມ​ นายอัครกิตติ์ วรโรจน์เจริญเดช​ ຫລື​ เบนซ์ เรซซิ่ง เປິດ​ເຜີຍ​ວ່າ​ ເຈົ້າ​ຫນ້າທີ່​ສອບສວນ​ຄຳ​ໃຫ້​ການ​ເບັ້ນ​​ ແລະ ​ຈຳ​ເລີຍ​ຮ່ວມ​ທັງໝົດ​ 3 ຄົນ​ ສຳເລັດ​​ແລ້ວ​ ຫຼັງ​ໃຊ້​ເວລາ​ດົນ​ກວ່າ​ 3 ຊົ່ວ​ໂມງ​ ພ້ອມ​ຍື່ນ​ຫຼັກ​ຊັບ​ມູນ​ຄ່າ​ 3 ລ້ານ​ບາດ​ ຂໍປ່ອຍໂ​ຕ​ຊົ່ວ​ຄາວ​

ມື້​ນີ້​ (29 ພຶດສະພາ​ 2017) ຜູ້​ສື່​ຊ່າວລາຍ​ງານ​ວ່າ​ นายสิทธิโชค ตรีเนตร​ ທ​ະນາຍ​ຄວາມ​ นายอัครกิตติ์ วรโรจน์เจริญเดช​​ ຫລື​ ເບັ້ນ​​ ເຣ​ສ​ຊິ່ງ​ ຈຳ​ເລຍ​ຄະດີ​ຟອກ​ເງິນ ​ແລະ​ໃຫ້​ການ​ສະໜັບ​ສະໜູນ​ຜູ້​ກະທຳ​ຜິດ​ກ່ຽວກັບ​ຢາ​ເສບ​ຕິດ​ ລະ​ບຸ​ວ່າ​ ເຈົ້າ​ຫນ້າທີ່​ສອບປາກ​ຄຳ​ໃຫ້​ການ​ເບັ້ນ​​ ແລະ​ ຈຳ​ເລີຍ​ຮ່ວມ​ທັງໝົດ​ 3 ຄົນ​ ສຳເລັດ​​ແລ້ວ​ ຫຼັງ​ໃຊ້​ເວລາ​ດົນ​ກວ່າ​ 3 ຊົ່ວ​ໂມງ​ ຕັ້ງ​ແຕ່​ຊ່ວງ​ເຊົ້າ​ທີ່​ຜ່ານມາ​

ໂດຍ​ເບັ້ນ​​ ເຣ​ສ​ຊິ່ງ​ ໃຫ້​ການ​ປະຕິເສດ​ທຸກ​ຂໍ້ກ​່າວ​ຫາ​ ຂະນະ​ນີ້​ຢູ່​ລະຫວ່າງ​ຍື່ນ​ຫຼັກ​ຊັບ​ 3 ລ້ານ​ບາດ​ ເພື່ອຂໍ​ປ່ອຍ​ໂຕ​ຊົ່ວ​ຄາວ​ ໂດຍ​ໃຫ້​ເຫດຜົນ​ຕໍ່​ສານ​ວ່າ​ นายอัครกิตติ์ วรโรจน์เจริญเดช​ ​ ມີ​ທີ່​ຢູ່​ເປັນ​ຫຼັກ​ແຫຼ່ງ​ ບໍ່​ມີພຶດຕິກຳການ​ຫຼົບ​ໜີ​ ແລະ​ບໍ່​ມີ​ພຶດຕິກຳການ​ໄປ​ຫຍຸ້ງກ່ຽວ​ກັບ​ພະຍານ​ຫຼັກ​ຖານ​ ຄາດ​ວ່າ​ຜົນ​ຕັດ​ສິນ​ຈະ​ຊັດເຈນ​ໃນ​ມື້​ນີ້​
cr : muan
Powered by Blogger.