Header Ads

ລັດຖະມົນຕີ ລາວ ຈະໃຫ້ການຊົດເຊີຍ ແກ່ ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງ ທາງລົດໄຟ

ແຜນທີ່ເສັ້ນທາງລົດໄຟ ລາວ-ຈີນ.

ທ່ານ ລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະຂົນສົ່ງ ຢືນຢັນວ່າ ການສຳຫຼວດເພື່ອເກັບກຳຂໍ້ມູນທີ່ກ່ຽວກັບ ປະຊາຊົນ ລາວ ທີ່ຈະຖືກກະທົບຈາກການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ແລະ ໄທ ໄດ້ດຳເນີນໄປຢ່າງຕັ້ງໜ້າ ແລະ ຄາດວ່າຈະສຳເລັດສົມບູນໃນໝໍ່ໆນີ້ ຊຶ່ງກໍຈະເຮັດໃຫ້ຮູ້ວ່າມີປະຊາຊົນລາວ ຈຳນວນເທົ່າໃດ ແລະ ມີເນື້ອທີ່ດິນ ແລະ ສິ່ງປູກສ້າງຈຳນວນເທົ່າໃດທີ່ຈະໄດ້ຮັບການຊົດເຊີຍຕາມລະບຽບກົດໝາຍ ໂດຍຮັບປະກັນວ່າປະຊາຊົນ ລາວ ທີ່ຖືກກະທົບດັ່ງກ່າວຈະໄດ້ຮັບການຊົດເຊີຍຢ່າງຍຸຕິທຳ ແລະ ຄົບຖ້ວນ ເພາະເງິນທຶນທີ່ຈະນຳໃຊ້ໃນ
ການຊົດເຊີຍນັ້ນ ຖືເປັນສ່ວນໜຶ່ງຂອງການລົງທຶນ ດັ່ງທີ່ທ່ານ ລັດຕະນະມະນີ ໃຫ້ການຢືນຢັນວ່າ."ຜູ້ທີ່ຖືກກະທົບນີ້ໄປເບິ່ງວ່າດິນຂອງໃຜຖືກເທົ່າໃດ ກະມີການປຶກສາຫາລືກັນ ເອກະພາບນຳກັນໃນຂອບເຂດນຳກັນວ່າ ດິນເທົ່າໃດ ແລ້ວກະມີການເຊັນບົດບັນທຶກນຳ ກັນເພື່ອເປັນ ບ່ອນອີງໃນການຊຳລະສະສາງໂຄງການທາງລົດໄຟ ມີເງິນເພື່ອຊຳລະ ສະສາງໃຫ້ປະຊາຊົນ ອັນນີ້ຂໍຢືນຢັນວ່າມີ ເພາະວ່າໃນໂຄງການອື່ນຫັ້ນແມ່ນເຮົາບໍ່ໄດ້ເອົາເງິນໃນໂຄງການ ແມ່ນຢູ່ໃນໂຄງການໄຟຟ້ານີ້ ເນື່ອງຈາກວ່າໂຄງການມີປະສິດທິຜົນ ເຂົາເຈົ້າຈະຂໍເລື່ອນເວລາສຳປະທານອອກໄປ ມັນກະໄດ້ເງິນມາຖົມຂຸມໂຕນີ້ໄດ້ ແຕ່ວ່າໂຄງການລົດໄຟແມ່ນມີ ເງິນສະເພາະສຳລັບທົດແທນການເວນຄືນທີ່ດິນແລ້ວເອົາເຂົ້າໃນມູນຄ່າການກໍ່ສ້າງ."ທັງນີ້ໂດຍລັດຖະບານລາວ ກໍໄດ້ກູ້ຢືມເງິນຈາກທະນາຄານການຄ້າຂາອອກ ແລະ ຂາເຂົ້າຂອງລັດຖະບານ ຈີນ ໃນມູນຄ່າລວມ 480 ໂດລາ ສຳລັບນຳໃຊ້ໃນການຮ່ວມລົງທຶນກັບທາງການ ຈີນ ໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ເຖິງແມ່ນວ່າໂຄງການ
ດັ່ງກ່າວນີ້ຈະຕ້ອງນຳໃຊ້ເງິນທຶນລວມເຖິງ 6,000 ລ້ານໂດລາກໍຕາມ ແຕ່ດ້ວຍການຊ່ວຍເຫຼືອຂອງລັດຖະບານ ຈີນ ໃນທຸກທ້ານຈຶ່ງເຮັດໃຫ້ລັດຖະບານ ລາວ ມີພາລະໜີສິນຕໍ່ລັດຖະບານ ຈີນ ພຽງແຕ່ 480 ລ້ານໂດລາເທົ່ານັ້ນ.ພິທີເປີດການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ແລະ ໄທ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 25 ທັນວາ 2016 ຢູ່ແຂວງຫຼວງພະບາງ ໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໃຫ້ກຽດເປັນປະທານ ພ້ອມດ້ວຍເອກອັກຄະລັດຖະທູດ ຈີນ ປະ
ຈຳນະຄອນຫຼວງວຽງຈັນ ແລະ ບັນດາຜູ້ຕາງໜ້າຂອງທາງການທັງ 2 ຝ່າຍໄດ້ເຂົ້າຮ່ວມເປັນສັກຂີພິຍານ ພາຍໃຕ້ເປົ້າໝາຍທີຈະກໍ່ສ້າງໃຫ້ສຳເລັດໃນ 60 ເດືອນ ກໍຄືພາຍໃນ ເດືອນທັນວາ 2021 ນັ້ນເອງ.

ຂ່າວຈາກ : voa
Powered by Blogger.