Header Ads

ລາວ ພົບວຽກໜັກ ຈັດຢູ່ກຸ່ມ ສ ເກົາຫຼີ-ຈີນ-ໄທ ເຕະບານຍິງ ຢູ-16 ຊີງແຊມເອເຊຍ ຮອບສຸດທ້າຍ

ລາວ ພົບວຽກໜັກ ຈັດຢູ່ກຸ່ມ ສ ເກົາຫຼີ-ຈີນ-ໄທ ເຕະບານຍິງ ຢູ-16 ຊີງແຊມເອເຊຍ ຮອບສຸດທ້າຍ
ຂຸນພົນນັກເຕະພິກຂີ້ໜູສາວນ້ອຍທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ຕ້ອງພົບກັບວຽກໜັກ ເໝືອນດັ່ງເຄີຍ ຫຼັງຈັບສະຫຼາກຖືກຈັດຢູ່ຮ່ວມກຸ່ມ ທີມຊາດ ສ ເກົາຫຼີ, ທີມຊາດ ສປ ຈີນ ແລະ ທີມຊາດໄທ ເຈົ້າພາບ ໃນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຫຼື ຢູ-16 ຊີງແຊມເອເຊຍ ຮອບສຸດທ້າຍ ທີ່ປະເທດໄທ ເປັນເຈົ້າພາບ ໃນທ້າຍປີນີ້.

          ອີງຕາມຂໍ້ມູນຈາກຂ່າວສານເຕະບານລາວ ສະຫະພັນກິລາບານເຕະແຫ່ງຊາດລາວ ຫຼື ສຕລ ລະບຸເມື່ອບໍ່ດົນມານີ້ວ່າ: ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຫຼື ຢູ-16 ຊີງແຊ໋ມເອເຊຍ ຫຼື “AFC U-16 CHAMPIONSHIP THAILAND 2017” ຮອບສຸດທ້າຍ ທີ່ປະເທດໄທ ເປັນເຈົ້າພາບ ລະຫວ່າງວັນທີ 10-23 ກັນຍາ 2017 ມີທັງໝົດ 8 ປະເທດ ເຂົ້າຮ່ວມຊີງໄຊຄວາມເປັນໜຶ່ງ, ເຊິ່ງໄດ້ແບ່ງການແຂ່ງຂັນອອກເປັນ 2 ກຸ່ມ ຜ່ານການຈັບສະຫຼາກ ຜົນປາກົດວ່າ ທີມຊາດລາວ ເຮົາຕ້ອງພົບກັບ ວຽກໜັກອີກເໝືອນດັ່ງເຄີຍ ຫຼັງຖືກຈັດຢູ່ກຸ່ມ ເອ ຮ່ວມກັບທີມຊາດ ສ ເກົາຫຼີ, ທີມຊາດ ສປ ຈີນ ແລະ ທີມຊາດໄທ ເຈົ້າພາບ. ສ່ວນກຸ່ມ ບີ ປະກອບມີ ສປປ ເກົາຫຼີ, ຍີ່ປຸ່ນ, ອອສເຕຣເລຍ ແລະ ບັງກາລາເທດ.

          ສຳລັບໂປຣແກຣມການແຂ່ງຂັນຂອງທີມຊາດລາວ ນັດທຳອິດໃນວັນທີ 10 ກັນຍາ 2017 ເວລາ 19:00 ໂມງ ພົບກັບ ທີມຊາດໄທ ເຈົ້າພາບ ທີ່ສະໜາມກິລາຊົນບູຣີ, ນັດທີ 2 ໃນວັນທີ ກັນຍາ 2017 ເວລາ 17:00 ໂມງ ພົບກັບ ທີມຊາດ ສປ ຈີນ ທີ່ສະໜາມ ໄອພີອີ ຊົນບູຣີ ແຄມພັສ 1 ແລະ ນັດສຸດທ້າຍ ຫຼື ນັດທີ 3 ໃນວັນທີ 16 ກັນຍາ 2017 ເວລາ 18:00 ໂມງ ພົບກັບ ທີມຊາດ ສ ເກົາຫຼີ ທີ່ສະໜາມ ໄອພີອີ ຊົນບູຣີ ແຄມພັສ 1. ໂດຍການແຂ່ງຂັນລາຍການນີ້ ອັນດັບ 1-3 ຈະໄດ້ສິດເຂົ້າຮ່ວມການແຂ່ງຂັນເຕະບານຍິງ ຊີງແຊມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ ທີ່ປະເທດອຸຣຸໄກວ ເປັນເຈົ້າພາບ ໃນປີ 2018.
Powered by Blogger.