Header Ads

ແຫຼ່ງທ່ອງທ່ຽວ ຫີນສາມເສົ້າ ກັບປະຫວັດຄວາມເປັນມາ

ແຫຼ່ງທ່ອງທ່ຽວ ຫີນສາມເສົ້າ ກັບປະຫວັດຄວາມເປັນມາ
ຫີນສາມເສົ້າ ແມ່ນຕັ້ງຢູ່ບ້ານນາປາເຄນ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄລຍະຫ່າງຈາກຕົວເມືອງ: 10 ກິໂລແມັດ ແຕ່ກ່ອນມີເງືອກສອງຜົວເມຍຄູ່ໜຶ່ງມາຈາກ ແມ່ນໍ້າເວີນສໍ-ນໍ້າສິ້ວ ໄດ້ພາກັນມາຕາມແມ່ນໍ້າເຊກອກ, ປະຊາຊົນໄດ້ເຫັນໂຕເງືອກ ແລະ ກໍ່ຊ່າກັນໄປຮອດຫູພະຍາເມືອງເມື່ອພະຍາເມືອງໄດ້ຍິນ ດັ່ງນັ້ນກໍ່ໄດ້ຕີຄ້ອງຮ້ອງປ່າວປະກາດເຖິງລາຊະດອນຢູ່ໃກ້ ແລະ ຢູ່ໄກວ່າ: ໃຜມີຄວາມສາມາດຈັບໂຕເງືອກໄດ້ຈະມີລາງວັນໃຫ້ ຕໍ່ມາບໍ່ດົນກໍ່ໄດ້ມີຊາຍຄົນໜຶ່ງ ຊື່ວ່າ: ທ້າວ ກວານຕາເຫີນ ມາຫາເຈົ້າພະຍາເມືອງ ເພື່ອອາສາສະໝັກຈະຈັບເງືອກສອງຜົວເມຍຄູ່ນັ້ນ ທັນໃດນັ້ນທ້າວກໍ່ໄປທີ່ ແມ່ນໍ້າທີ່ເງືອກອາໃສຢູ່ພໍເມື່ອໄປຮອດກໍ່ຟ້າວລົງໄປນໍ້າ ແລະ ຈັບເງືອກສອງຜົວເມຍ ແລະ ເອົາເຊືອກຜູກ ແລະ ດຶງຂຶ້ນມາ ໄປຜູກໃສ່ກົກໄມ້ຄໍ້ຮຽງກັນໄວ້ເປັນເວລາ 2 ຄືນ 3 ວັນ ແລ້ວທ້າວ ກວານຕາເຫີນກໍ່ກັບມາເພື່ອກາບທູນລາຍງານ ພະຍາເມືອງວ່າ: ຜູ້ຂ້າຈັບເງືອກນັ້ນໄດ້ແລ້ວເມື່ອພະຍາໄດ້ຍິນແນວນັ້ນແລ້ວກໍ່ດີໃຈ ແລະ ສັ່ງໃຫ້ທະຫານຕີຄ້ອງຮ້ອງປ່າວໃຫ້ໄພ່ລາຊະດອນມາເຕົ້າໂຮມກັນເພື່ອຂ້າ ເງືອກສອງຜົວເມຍຄູ່ນັ້ນ ພໍເມື່ອໄພ່ລາຊະດອນມາຮອດແລ້ວ ພະຍາ ກໍ່ໄດ້ສັ່ງໃຫ້ທ້າວ ກວານຕາເຫີນ ຜູ້ທີ່ມີຄວາມອາດສາມາດເກັ່ງກ້າເປັນຜູ້ຂ້າເງືອກ ແລ້ວເຮັດຄົວ ແບ່ງສັນປັນສ່ວນກັນກິນໃຫ້ທົ່ວກັນ.

ຈາກນັ້ນ ພວກເຂົາກໍ່ໄດ້ພາກັນໄປບ່ອນຜູກເງືອກໄວ້ເມື່ອຮອດບ່ອນຜູກເງືອກ ປະກົດວ່າບໍ່ເຫັນ ເງືອກໂຕຜູ້ ມັນດິ້ນແຮງ ແລະ ເຮັດໃຫ້ເຊືອກຂາດ ໜີໄປໄດ້ ຕາມສາຍເຊກອກ ລົງສູ່ ເຊບັ້ງຫຽງ ຮອດ ແມ່ນໍ້າຂອງ ແລ້ວຮອດແມ່ນໍ້າເວີນສໍ ແລະ ເວີນສິ້ວ ຄືເກົ່າ, ສວ່ນຕົວເມຍທ້າວ ກວານຕາເຫີນ ກໍ່ເອົາເງືອກແມ່ ໄປຄົວ ຢູ່ເຊກອກ ແລະ ນໍາເອົາຊີ້ນໄປແກງຢູ່ສະຖານທີ່ນໍາປະເຄນ: ເມື່ອມາຮອດສະຖານທີ່ນັ້ນພັດບໍ່ມີຄຽງຄ້າງໜໍ້ ທ້າວ ກວານຕາເຫີນ ພັດຍົກເອົາກ້ອນຫີນ ຈໍານວນໜຶ່ງມາຕັ້ງເປັນເສົາ ເຮັດເປັນເສົາຄຽງ ເພື່ອຄ້າງໝໍ້ແລ້ວເລົ່າຂານເອີ້ນວ່າ ຫີນສາມເສົ້າ ຈົນເຖິງປະຈຸບັນ.
Powered by Blogger.