Header Ads

ທ່ານ ພັນຄຳ ວິພາວັນ ເຂົ້າຮ່ວມພິທີໄຂຕຶກໂຮງຮຽນສົງ ວັດອົງຕື້ ແຂວງຫົວພັນ



ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງ ພັກ ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ເປັນກຽດເຂົ້າຮ່ວມພິທີໄຂການນຳໃຊ້ຕຶກໂຮງຮຽນສົງ, ໄຂປະຕູໂຂງວັດ ແລະ ຍົກຍອດຄຳໃສ່ພະທາດເຈດີສີບຸນເຮືອງ ວັດອົງຕື້ ແຂວງຫົວພັນ ເມື່ອບໍ່ດົນຜ່ານມານີ້,

 ເຂົ້າຮ່ວມພິທີມີ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນ ກາງພັກ ເລຂາຄະນະບໍລິຫານ ງານພັກແຂວງເຈົ້າແຂວງຫົວ ພັນ, ມີການນຳຂັ້ນແຂວງ,ນັກ ທຸລະກິດຈາກນະຄອນຫຼວງ ວຽງຈັນ, ພະສົງຈາກປະເທດ ເກົາຫຼີ, ບໍລິສັດລັດວິສາຫະກິດ, ການນຳ 10 ເມືອງ ທົ່ວແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມຢ່າງຫຼວງຫຼາຍ. ໂຮງຮຽນສົງຫຼັງນີ້ ເປັນອາ ຄານຮຽນ 2 ຊັ້ນ, ຂະໜາດ 37x9 ແມັດ, ມຸງດ້ວຍກະເບື້ອງ, ມີ 6 ຫ້ອງຮຽນ, 1 ຫ້ອງສະໝຸດ, 1 ຫ້ອງການຄູ ລວມມູນຄ່າ ການກໍ່ສ້າງທັງໝົດ 2 ຕື້ 343 ລ້ານກວ່າກີບ,

ມາຮອດປັດຈຸ ບັນ ຍັງບໍ່ທັນສຳເລັດ ແລະ ຍັງ ຈະໄດ້ສືບຕໍ່ກໍ່ສ້າງຕໍ່ໄປ. ສ່ວນ ການກໍ່ສ້າງປະຕູໂຂງວັດໄດ້ສຳ ເລັດດ້ວຍມູນຄ່າການກໍ່ສ້າງ ທັງໝົດ 350 ລ້ານກວ່າກີບ ໂດຍແມ່ນບໍລິສັດແສງທອງ ເປັນຜູ້ຮັບເໝົາກໍ່ສ້າງ. ທັງສອງ ໂຄງການດັ່ງກ່າວໄດ້ມາຈາກ ການອຸປະຖຳໂມທະນາຈາກ ພາກລັດ, ບຸກຄົນທັງພາຍໃນ ແລະ ຕ່າງປະເທດ. ໃນຕອນແລງຂອງວັນ ດຽວກັນ ໄດ້ມີການຫ້າງຫາກະ ກຽມ ປຸກກອງທານຂຶ້ນຈຳນວນ 24 ກອງ ແລະ ຄົບງັນຕາມປະ ເພນີຕະຫຼອດຄືນ. ຕອນເຊົ້າ ຂອງວັນທີ 10 ພາຍຫຼັງທີ່ສຳ ເລັດພິທີຕັກບາດຢາດນ້ຳແລ້ວ ໄດ້ມີພິທີຍົກຍອດຄຳຂຶ້ນປະ ດິດສະຖານຈອມພະທາດເຈດີ ຢ່າງເປັນທາງການ. ພະທາດເຈດີນີ້ ແມ່ນໜຶ່ງ ໃນອົງປະກອບ ແລະ ແມ່ນໜຶ່ງ ໃນສິ່ງສັກສິດຂອງວັດອົງຕື້ ແຂວງຫົວພັນ ແລະ ໄດ້ເລີ່ມ ກໍ່ສ້າງມາແຕ່ເດືອນເມສາ 2015 ໄດ້ສຳເລັດເດືອນພຶດ ສະພາ 2016, ມີລວງສູງແຕ່ ພື້ນເຖິງຍອດຄຳ 18 ກວ່າ ແມັດ ມີມູນຄ່າການກໍ່ສ້າງທັງ ໝົດ 548 ລ້ານກີບ, ຍອດເຮັດ ດ້້້ວຍຄຳໜັກ 5,05 ກິໂລ ແລະ ໄດ້ມາຈາກການປະກອບສ່ວນ ໂມທະນາຈາກການນຳພັກ- ລັດຂັ້ນສູນກາງ, ນະຄອນຫຼວງ, ຕ່າງແຂວງ, ພາຍໃນແຂວງ, ນັກທຸລະກິດຊາວຄ້າຂາຍ, ຄອບຄົວພະນັກງານ ແລະ ປະ ຊາຊົນບັນດາເຜົ່າທີ່ຮ່ວມກັນ ສ້າງ ເພື່ອເປັນສີລິມຸງຄຸນ, ເປັນ ມໍລະດົກອັນລ້ຳຄ່າໄວ້ຄູ່ບ້ານ ຄູ່ເມືອງໃຫ້ປະຊາຊົນຊາວແຂວງ ຫົວພັນ ກໍຄືແຂກຕ່າງດ້າວ ທ້າວຕ່າງແດນໄດ້ເຄົາລົບບູຊາ ສືບທອດຕໍ່ໄປ.


ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ
Powered by Blogger.