Header Ads

ໂລມາຄໍາ ທຸ້ມງົບ 2 ຕື້ກວ່າກີບ ລືບລ້າງຄວາມທຸກຍາກຂອງປະຊາຊົນ 2 ບ້ານ ແຂວງສະຫວັນນະເຂດ

ໂຮງງານຜະລິດນ້ຳດື່ມ-ນ້ຳກ້ອນ ໂລມາຄຳ ​ໄດ້​ປະກອບສ່ວນ​ທຶນຮອນ ກໍ່ຄື​ ນໍາ​ໃຊ້​ງົບປະມານ​ຂອງ​ຕົນ​ ​2 ຕື້​ກວ່າກີບ ​ເພື່ອລຶບລ້າງຄວາມທຸກຍາກ ຂອງປະຊາຊົນ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ (ບ້ານ​ຄົນ​ຂໍທານ) ​ເມືອງ​ຈຳ​ພອນ ​ແຂວງ​ສະຫວັນ​ນະ​ເຂດ ​ເຊິ່ງໄດ້ເຮັດໃຫ້ປະຊາຊົນ ທັງສອງບ້ານ ມີການດຳລົງຊີວິດດີຂຶ້ນເປັນລຳດັບແລະ ປະຊາຊົນກໍໄດ້ຕັດຂາດ ຈາກການໄປຂໍທານ ໃນທ້ອງຖິ່ນອື່ນ.
 
ທ່ານ ເກຍ ອູ໋ ສິດທິເດດ ເຈົ້າຂອງໂຮງງານຜະລິດ ນ້ຳດື່ມ-ນ້ຳກ້ອນ ໂລມາຄຳ ​ໄດ້​ໃຫ້​ສຳພາດ​ຕໍ່​ສື​ມວນ​ຊົນ ​ເມື່ອ​ບໍ່​ດົນ​ນີ້​ວ່າ: ​ໂດຍ​ເລີ່​ມ​ແຕ່​ທ້າຍ​ ເດືອນ​ທັນວາ 2015 ​ເປັນ​ຕົ້ນ​ມາຕົນ ແລະ ຄອບຄົວ ໄດ້ມີຄວາມ ພະຍາຍາມ ຢ່າງເຕັມສ່ວນສຸມກຳລັງຊັບ ກຳລັງແຮງ ແລະ ກຳລັງໃຈ ​ເພື່ອພັດທະນາ ​ແລະ ປັບປຸງການດຳລົງຊີວິດ ຂອງປະຊາຊົນ 2 ບ້ານ​ດັ່ງກ່າວ ໄດ້ມີຢູ່ມີກິນໂດຍໄດ້ໃຫ້ ການຊ່ວຍເຫລືອເຄື່ອງ ອຸປະໂພກ-ບໍລິໂພກຕ່າງໆ, ຕະຫລອດຮອດຈັດສັນ ເນື້ອທີ່ທຳມາຫາກິນ, ສະໜອງແນວພືດ, ແນວພັນເຂົ້າ, ສະໜອງຝຸ່ນ, ເຈາະສ້າງບາດາ ນຳພາການຜະລິດ. ຈາກນີ້ກໍໄດ້ຊ່ວຍທຳ ການສ້ອມແປງໂຮງຮຽນ, ກໍ່ສ້າງສາງເກັບມ້ຽນຜົນຜະລິດ ແລະ ຕິດຕັ້ງໂຮງສີເຂົ້າຂະໜາດນ້ອຍພ້ອມ​ທັງໄດ້ບຸກເບີກເນື້ອທີ່ນາ ໃຫ້ປະຊາຊົນໄດ້ 100 ກວ່າເຮັກຕາ. ໃນວັນທີ 30 ມິຖຸນາ 2016 ທີ່ຜ່ານມາ ເຈົ້າຂອງໂຮງານຜະລິດ ນ້ຳດື່ມ-ນ້ຳກ້ອນ ໂລມາຄຳ ໄດ້ນຳໃຊ້ງົບປະມານຂອງຕົນເອງ ປະກອບສ່ວນລຶບລ້າງ ຄວາມທຸກຍາກ ຂອງປະຊາຊົນ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເກືອບ 2 ຕື້ກີບ.
 
ພ້ອມ​ກັນ​ນີ້, ຍັງ​ໄດ້ພັດທະນາ ລະບົບຖະໜົນຫົນທາງເຂົ້າຫາບ້ານ, ບຸກເບີກເນື້ອທີ່ ແລະ ຈັດສັນເນື້ອທີ່ປູກສ້າງເຮືອນຊານບ້ານຊ່ອງ, ໃຫ້ເປັນລະບຽບ, ຂຸດໜອງສະລ້ຽງປາໃຫ້ປະຊາຊົນ, ເວນຄືນທີ່ດິນ ທົດແທນ, ປຸກສ້າງສຸກສະລາ ແລະ ຕະຫລາດຊຸມຊົນໃນຂັ້ນຕໍ່ໄປ.

ແຫຼງຂ່າວ: ມ່ວນ
Powered by Blogger.