Header Ads

ແຊຣ໌ໆໆ ແລະກໍແຊຣ໌!!! ຕົ້ມໄຂ່ແບບໃດ ໃຫ້ອອກມາໃນແບບທີ່ຕ້ອງການ


ເຊື່ອວ່າຫຼາຍໆຄົນຕົ້ມໄຂ່ບໍ່ໄດ້ດັ່ງໃຈແນ່ນອນ ມື້ນີ້ ເຮົາມີເທັກນິກດີໆໃນການຕົ້ມໄຂ່ມາຝາກກັນ ເຊິ່ງການສຸກ-ດິບຂອງໄຂ່ແດງນັ້ນ ສັ່ງໄດ້ຢ່າງໃຈຄິດແນ່ນອນ ຈະໜຽວໜ້ອຍໜຽວຫຼາຍ ຫຼື ເກືອບສຸກ ມີບໍ່ຫຼາຍຂັ້ນຕອນແນ່ນອນ.
ເທັກນິກທີ່ຄວນຮູ້
  1. ໄຂ່ໄກ່ທີ່ຈະເອົາມາຕົ້ມຕ້ອງຢູ່ທີ່ອຸນຫະພູມປົກກະຕິ ຫາກຢູ່ໃນຕູ້ເຢັນແລ້ວນຳມາຕົ້ມເລີຍຈະເຮັດໃຫ້ໄຂ່ແຕກໄດ້
  2. ໃສ່ເກືອລົງໄປຕົ້ມກັບໄຂ່ນຳ ເພື່ອໃຫ້ປອກເປືອກໄດ້ງ່າຍ
ຂັ້ນຕອນທຳອິດ
ຕົ້ມນ້ຳໃຫ້ຝົດກ່ອນແລ້ວຄ່ອຍໃສ່ໄຂ່ໄກ່ລົງໄປ ແລ້ວເລີ່ມຈັບເວລາ ຢາກໃຫ້ໄຂ່ອອກມາເປັນແບບໃດ ເບິ່ງເວລາຕາມຮູບພາບປະກອບເລີຍ
ຂັ້ນຕອນທີ 2
  • ເມື່ອຄົບເວລາທີ່ຕ້ອງການແລ້ວ ຮີບນຳຂຶ້ນມາແຊ່ນ້ຳເຢັນທັນທີ
ໝາຍເຫດ: ຫາກເປັນໄຂ່ເປັດໃຫ້ເພີ່ມເວລາເປັນ 1-2 ນາທີ
ເຫັນບໍ່ວ່າ ຂັ້ນຕອນການຕົ້ມໄຂ່ໃຫ້ອອກມາໄດ້ໃຈ ບໍ່ໄດ້ຍາກຢ່າງທີ່ຄິດ ແມ່ເຮືອນທັງຫຼາຍ ສາມາດເອົາລອງໄປເຮັດເບິ່ງວ່າຢາກໄດ້ໄຂ່ຕົ້ມໃຫ້ອອກມາປະມານໃດ.
Powered by Blogger.