Header Ads

ວິທີຊ່ວຍຄົນຖືກໄຟຊ໋ອດ ເຫດອັນຕະລາຍຄວນລະວັງໃນໜ້າຝົນ


1.ຜູ້ທີ່ຈະເຂົ້າຊ່ວຍເຫຼືອຕ້ອງຕັ້ງສະຕິ
2.ຫາກພົບຄົນເຈັບສຸກເສີນຈະຕ້ອງໂທແຈ້ງ ຂໍຄວາມຊ່ວຍເຫຼືອທາງການແພດຈາກໜ່ວຍກູ້ໄພ
3.ຈື່ໄວ້ສະເໝີວ່າຫ້າມສຳພັດໂຕຜູ້ຖືກໄຟຊ໋ອດດ້ວຍມືເປົ່າເດັດຂາດ ຄວນໄຊ້ວັດສະດຸທີ່ບໍ່ເປັນໂຕນຳໄຟຟ້າປ້ອງກັນໂຕກ່ອນ ເຊັ່ນ ຖົງມືຢາງ ຜ້າແຫ້ງ ປາລາສຕິກແຫ້ງເປັນຕົ້ນ
4.ຕ້ອງຕັດກະແສໄຟໃນທີ່ເກີດເຫດທັນທີ ຍົກເວັ້ນເປັນສາຍໄຟແຮງສູງ ຄວນແຈ້ງເຈົ້າໜ້າທີ່ເພື່ອຄວາມປອດໄພ
5.ຈາກນັ້ນໃຫ້ເຄື່ອນຍ້າຍຄົນເຈັບໄປໃນພື້ນທີ່ປອດໄພ ເພາະບາງຄັ້ງສະຖານທີ່ຖືກໄຟຊ໋ອດອາດຢູ່ໃກ້ປ້າຍໂຄສະນາ ຫຼືຕົ້ນໄມ້ຂະໜາດໃຫຍ່ ເຊິ່ງອາດເຮັດໃຫ້ເກີດອັນຕະລາຍຊ້ຳໄດ້ ໂດຍຕ້ອງເຄື່ອນຍ້າຍຢ່າງຖືກວິທີດ້ວຍ ເພາະບາງຄັ້ງການເຄື່ອນຍ້າຍອາດເຮັດໃຫ້ຄົນເຈັບໄດ້ຮັບບາດເຈັບຫຼາຍຂື້ນ
ສ່ວນຄົນເຈັບທີ່ໄດ້ຮັບບາດເຈັບຈາກໄຟບ້ານທົ່ວໄປ ແລະມີພຽງບາດແຜບໍ່ເລິກ ບໍ່ມີອາການຜິດປົກກະຕິອື່ນ ສາມາດສັງເກດອາການທີ່ບ້ານໄດ້ ຍົດເວັ້ນຄົນເຈັບເປັນເດັກນ້ອຍ ຜູ້ສູງອາຍຸ ຫຼືຜູ້ປ່ວຍທີ່ມີໂລກປະຈຳໂຕບາງຊະນິດ ຄວນນຳສົ່ງໂຮງໝໍເພື່ອໃຫ້ແພດປະເມີນອາການອີກຄັ້ງ
ສ່ວນຄົນເຈັບໝົດສະຕິ ຈະຕ້ອງພິຈາລະນາວ່າຄົນເຈັບມີພາວະຫົວໃຈຢຸດເຕັ້ນຫຼືຢຸດຫາຍໃຈຫຼືບໍ່ ຫາກຢຸດຫາຍໃຈຈະຕ້ອງຟ້າວທຳການຊ່ວຍເຫຼືອຫຼືຟື້ນຄນຊີບ (CPR) ທັນທີ

ແຫຼ່ງຂ່າວ: ກະປຸກ
Powered by Blogger.