Header Ads

"ເຂື່ອນໄຟຟ້ານ້ຳງື່ມ I" ເລັ່ງພັດທະນາເຄື່ອງຈັກ ມູນຄ່າ "992 ຕື້ກີບ" ເພີ່ມກຳລັງການຜະລິດ

 
ລັດຖະບານລາວ ​ໄດ້ສົມທົບທຶນກູ້ຢືມຈາກ ສປ ຈີນ ​ເພື່ອດຳເນີນ ການພັດທະນາ ​ແລະ ຂະຫຍາຍ ເຂື່ອນໄຟຟ້ານ້ຳງື່ມ 1 ​ໂດຍມີການຕິດຕັ້ງເຄື່ອງຈັກ ເພີ່ມອີກ 2 ໜ່ວຍ (​ເບີ 7 ​ແລະ ​ເບີ 8) ມີກຳລັງຕິດຕັ້ງ 80 ​ເມກາວັດ ​ເຊິ່ງຈະເພີ່ມກຳລັງຜະລິດ ພະລັງໄຟຟ້າ ຈາກເດີມ 155 ມາເປັນ 235 ​ເມກາວັດ ​ເພື່ອຕອບສະໜອງ ​ແລະ ຮອງຮັບການຊົມໃຊ້ໄຟຟ້າ ພາຍໃນປະເທດ ທີ່ນັບມື້ເພີ່ມສູງຂຶ້ນ ໂດຍສະເພາະຢູ່ ນະຄອນຫລວງວຽງຈັນ ​ໃນໄລຍະທີ່ນຳໃຊ້ໄຟຟ້າສູງສຸດ ຂອງລະດູແລ້ງ.

ທ່ານ ດາວວຽງ ສຸນັນທະລາດ ຮອງຫົວໜ້າໂຄງການ ເຂື່ອນໄຟຟ້ານ້ຳງື່ມ ພາກຂະຫຍາຍຝ່າຍກໍ່ສ້າງເຂື່ອນ ລັດວິສາຫະກິດໄຟຟ້າລາວ ​ເປີດເຜີຍ​ໃຫ້​ຮູ້ວ່າການກໍ່ສ້າງໂຄງການດັ່ງກ່າວ, ໄດ້ເລີ່ມຈັດຕັ້ງປະຕິບັດ ເມື່ອກາງປີ 2015, ມາຮອດປັດຈຸບັນ ສຳ​ເລັດແລ້ວ 88%, ສຳລັບໜ້າວຽກສຳຄັນ ປະກອບມີ ການກໍ່ສ້າງຂົວຂ້າມນ້ຳງື່ມ ມີຄວາມຍາວເກືອບ 200 ​ແມັດ, ກວ້າງ 10 ​ແມັດສ້າງເສັ້ນທາງ ຍາວ 2.600 ​ແມັດ, ​ເຮືອນຈັກ ​ແລະ ຄອງນ້ຳທ້າຍເຂື່ອນອຸໂມງສົ່ງນ້ຳ 2 ທໍ່ ຂະໜາດ 6,6 ​ແມັດ ຍາວ 313 ​ແມັດປະຕູນ້ຳລວມທັງການຕິດຕັ້ງ ອຸປະກອນຢູ່ເຮືອນຈັກ ​ແລະ ອື່ນໆ. ພ້ອມນີ້, ຍັງມີການກໍ່ສ້າງລະບົບສາຍສົ່ງ 115 ກິໂລໂວນ, ສອງ​ວົງ​ຈອນ ມີ​ຄວາມ​ຍາວ 4 ກິ​ໂລ​ແມັດ ສຳເລັດ 43%, ມູນຄ່າການກໍ່ສ້າງທັງໝົດ 122 ລ້ານໂດລາສະຫະລັດ (991,988,592,047 ກີບ) ​ແລະ ຄາດວ່າຈະສຳເລັດສົມບູນ ໃນກາງປີ 2018 ໜ້ານີ້.


ທ່ານ ດາວວຽງ ສຸນັນທະລາດ ​ໃຫ້ຮູ້ຕື່ມວ່າພາຍຫລັງສຳເລັດ ການພັດທະນາ ເຂື່ອນໄຟຟ້ານ້ຳງື່ມ 1 ​ໂຄງການພາກຂະຫຍາຍ ​ເຊິ່ງມີເຄື່ອງຈັກໜ່ວຍທີ 7 ​ແລະ 8 ກໍຈະສືບຕໍ່ພັດທະນາ ກໍ່ສ້າງເຄື່ອງຈັກ ໜ່ວຍທີ 6 ຢູ່ໃນຕົວເຂື່ອນ ຕິດກັບປະຕູນ້ຳອີກໜຶ່ງເຄື່ອງ ມີກຳລັງຕິດຕັ້ງ 40 ​ເມກະວັດ ຄາດວ່າຈະສຳເລັດການກໍ່ສ້າງ ໃນປີໃນທ້າຍປີ 2019 ເຊິ່ງຈະເປັນການເພີ່ມກຳລັງ ການຜະລິດໄຟຟ້າ ໃນເຂື່ອນແຫ່ງນີ້ຫລາຍຂຶ້ນຕື່ມອີກ. ນອກຈາກ ​ເປັນ​ການສະໜອງຕໍ່ພາຍ ​ແລະ ສົ່ງອອກຕ່າງປະເທດ ​ເພື່ອນຳລາຍຮັບເງິນຕາ ປະກອບສ່ວນພັດທະນາ ປະເທດຊາດແລ້ວ ຍັງເປັນການສົ່ງເສີມ ການທ່ອງທ່ຽວ ​ຢູ່ເຂດອ່າງໂຕ່ງ ​ແລະ ​ເຂດແມ່ນ້ຳງື່ມ ຕອນທ້າຍຂອງເຂື່ອນອີກ​ດ້ວຍ.


ສິ່ງສຳຄັນແມ່ນ​ ໄດ້​​ເພີ່ມປະສິດທິພາບ ​ແລະ ປະສິດທິຜົນ ໃນການນຳໃຊ້ ຊັບພະຍາກອນນ້ຳ ທຳມະຊາດ ໃຫ້​ເກີດປະໂຫຍດສູງ​ສຸດ ​​ເພື່ອຜະລິດເປັນພະລັງງານໄຟຟ້າ ​​ໃຫ້ກາຍເປັນແຫລ່ງທຶນ​. ​ຢ່າງໃດກໍຕາມ ການນຳໃຊ້ນ້ຳໃນເຂດອ່າງໂຕ່ງ ຂອງເຂື່ອນໄຟຟ້ານ້ຳງື່ມ ໃນໄລຍະຜ່ານມາ ​ເຫັນ​ວ່າບໍ່ທັນຄຸ້ມຄ່າເພາະອ່າງໂຕ່ງ ຂອງເຂື່ອນແຫ່ງນີ້ ມີແມ່ນ້ຳ​​​ຫລາຍສາຂາ ລວມທັງຫ້ວຍຮ່ອງຄອງບຶງ ໄຫລເຂົ້າສູ່ອ່າງ ເຊິ່ງໃນລະດູຝົນ ກໍຈະມີການປ່ອຍນ້ຳ ລົງສູ່ທ້າຍເຂື່ອນນອກຈາກຈະເປັນການປ່ອຍນ້ຳ ທີ່ລ້ວນແຕ່ເປັນເມັດເງິນ-​ເມັດຄຳຖິ້ມ​​ແລ້ວ ຍັງສົ່ງຜົນກະທົບຕໍ່ປະຊາຊົນ ທີ່ດຳລົງຊີວິດລຽບແມ່ນ້ຳງື່ມ ຢ່າງຫລວງຫລາຍສະນັ້ນ ພາຍຫລັງສຳເລັດ ໂຄງການພາກຂະຫຍາຍ ອາດຈະບໍ່ມີການປ່ອຍນ້ຳ ລົງຜ່ານປະຕູນ້ຳ ທີ່ເຄີຍປະຕິບັດກັນໃນທຸກປີ ຂອງລະດູຝົນຕື່ມອີກ
Powered by Blogger.