Header Ads

ຂັງ​ແຍກ​ຄົນ​ລະ​ແດນ​ ເບັ້ນ​​ ເຣ​ສ​ຊິ່ງ​ - ບອຍ​ ນັດ​ທະພົນ​ - ໄຊ​ຊະ​ນະ​

ຂັງ​ແຍກ​ຄົນ​ລະ​ແດນ​ ເບັ້ນ​​ ເຣ​ສ​ຊິ່ງ​ - ບອຍ​ ນັດ​ທະພົນ​ - ໄຊ​ຊະ​ນະ​

นาย กอบเกียรติ  กสิวิวัฒ​ (ທ້າວ ກອບກຽດ ກະສີວິວັດ) ອະ​ທິບໍ​ດີກ​ົມລາດສະທັນ​ ກ່າວ​ວ່າ​ ໄດ້ຮັບ​ລາຍ​ງານ​ຈາກ ​นายกิตติพัฒน์ เดชะพหุล (ທ້າວ ກິດຕິພັດ ເດສະພະຫຸນ) ຜູ້​ອຳ​ນວຍ​ການ​ທັນ​ຖະ​ສະຖານ​ບຳ​ບັດ​ພິເສດ​ກາງ​ ວ່າ​ นายอัครกิตติ์ วรโรจน์เจริญเดช 7ທ້າວ ອັກຄະລະກິດ ວໍລະໂລດຈະເລີນເດດ) ຫລື​ ເບັ້ນ​​ ເຣ​ສ​ຊິ່ງ​ ທີ່​ຖືກ​ສົ່ງ​ເຂົ້າ​ມາ​ຄວບ​ຄຸມ​ໄວ້​ໃນ​ທັນ​ຖະ​ສະຖານ​ບຳ​ບັດ​ພິເສດ​ກາງ​ ບໍ່​ມີ​ອາການ​ເຄັ່ງ​ຄຽດ​ ຍັງ​ສົດ​ຊື່ນ ​ແລະ​ເວົ້າ​ລົມ​ໄດ້​ຕາມ​ປົກກະຕິ​ ສ່ວນ​ຜົນ​ການ​ກວດ​ຮ່າງກາຍ​ກໍ​ແຂງ​ແຮງ​ດີ​ ບໍ່​ມີ​ພະຍາດ​ປະຈຳ​ໂຕ​ ແລະ​ກ່ອນ​ຫນ້າທີ່​ຈະ​ຖືກ​ສົ່ງ​ໂຕມາ​ທີ່​ຄຸກ​ ທ້າວ ອັກຄະລະກິດ ຫລື ເບັ້ນ ໄດ້​ກຽມ​ໂຕ ​ແລະ​ເຮັດ​ໃຈ​ມາແດ່​ແລ້ວ​ວ່າ​ອາດ​ບໍ່​ໄດ້ຮັບ​ການ​ປະ​ກັນ​ໂຕ​ ເຊິ່ງ​ຈາກ​ການ​ຫາ​ລື​ເຮັດ​ຄວາມ​ເຂົ້າໃຈ​ກົດ​ລະບຽບ​ຄຸກ​ ແລະ​ການ​ໃຊ້​ຊີວິດ​ໃນ​ຄຸກ​ ທ້າວ ອັກຄະລະກິດ ​ຍິນ​ດີ​ປະຕິບັດ​ຕາມ​ກົດ​ລະບຽບ​ທຸກ​ຂໍ້​

ສຳລັບ​ການ​ຄຸມ​ຂັງ​ ທາງ​ ຄຸກ​ໄດ້​ແຍກ​ຂັງ​ເຄືອ​ຂ່າຍ​ຢາ​ເສບ​ຕິດ​ບໍ່​ໃຫ້​ຢູ່​ແດນ​ດຽວ​ກັນ​ ໂດຍ​ ທ້າວ ​ອັ​ກຄະລະກິດ​​ ຢູ່​ແດນ​ 3 ສ່ວນ ທ້າວ​ ນັດທະ​ພົນ​ ນາກ​ຄຳ​ ຫລື​ ບອຍ​ ຢູ່​ແດນ​ 9 ຂະນະ​ທີ່ ​ທ້າວ ​ໄຊ​ຊະ​ນະ​ ແກ້ວ​ພິມ​ພາ​ ເຖິງວ່າ​ຈະ​ບໍ່​ຮູ້​ຈັກ​ກັບ​ ທ້າວ ​ອັ​ກຄະລະ​ກິດ​​ ແຕ່​ກໍ​ແຍກ​ການ​ຄຸມ​ຂັງ​ເຊັ່ນ​ກັນ​ ໂດຍ​ຈັດ​ໃຫ້​ ທ້າວ ​ໄຊ​ຊະ​ນະ ​ຢູ່​ທີ່​ແດນ​ 10

Powered by Blogger.