Header Ads

8 ຂໍ້ດີຂອງການ “ແກ້ເສື້ອຜ້ານອນ” ທີ່ສົ່ງຜົນດີຕໍ່ສຸຂະພາບ ຢ່າງບໍ່ໜ້າເຊື່ອ!!


รูปภาพที่เกี่ยวข้อง
ເຊື່ອ ຫຼື ບໍ່ວ່າການເປືອຍຮ່າງກາຍນອນ ຫຼື ແກ້ຜ້ານອນ ຈະເຮັດໃຫ້ສຸຂະພາບຂອງເຈົ້າດີຂຶ້ນ ງານວິໄຈຂອງຕ່າງປະເທດໄດ້ຊີ້ວ່າ ການນອນຫຼັບໂດຍບໍ່ມີເສື້ອຜ້າໃນຕອນກາງຄືນ ຈະເຮັດໃຫ້ເຈົ້າມີສຸຂະພາບດີ ແລະ ຍັງເປັນການເພີ່ມພູມຄຸ້ມກັນ ແລະ ນີ້ແມ່ນ 8 ປະໂຫຍດ ທີ່ເຈົ້າຈະໄດ້ຮັບຫາກເປືອຍກາຍນອນ.
1. ເຜົາຜານແຄລໍຣີ່ໄດ້ຫຼາຍຂຶ້ນ: ການນອນໃນຫ້ອງທີ່ມີອຸນຫະພູມເຢັນພໍເໝາະ ເຮັດໃຫ້ຮ່າງກາຍເຜົາຜານ ແຄລໍຣີ່ ໄດ້ດີຂຶ້ນອີກດ້ວຍ.
2. ຜ່ອນຄາຍຄວາມຮ້ອນ: ໃນກໍລະນີທີ່ເຈົ້າບໍ່ມີແອ ການນອນເປືອຍກາຍໃນຄໍ່າຄືນ ທີ່ຮ້ອນແບບໃນປະຈຸບັນ ຈະຊ່ວຍໃຫ້ຮ່າງກາຍຂອງເຈົ້າເຢັນ ແລະ ຖ່າຍເທຄວາມຮ້ອນໄດ້ດີ.
3. ຮໍໂມນມີການຈະເລີນເຕີບໃຫຍ່: ການນອນເປືອຍກາຍຈະຊ່ວຍໃຫ້ ຮໍໂມນໃນຮ່າງກາຍຂອງເຈົ້າ ຈະເລີນເຕີບໃຫຍ່ ແລະ ຈະຊ່ວຍເພີ່ມຄວາມໜາແໜ້ນຂອງກະດູກ, ຫຼຸດຄວາມສ່ຽງຂອງພະຍາດເບົາຫວານ ແລະ ຫົວໃຈ.
4. ສເປີມແຂງແຮງຂຶ້ນ: ສຳເລັດຜູ້ຊາຍລ້ວນໆ ການນອນເປືອຍກາຍຈະຊ່ວຍໃຫ້ລະບົບສືບພັນຂອງເຈົ້າ ເຮັດວຽກໄດ້ດີຂຶ້ນ ແລະ ການວິໄຈໄດ້ຊີ້ວ່າອາກາດເຢັນພໍເໝາະ ເຮັດໃຫ້ສເປີມເຈົ້າແຂງແຮງ.
5. ຫຼຸດໂອກາດຕິດເຊື້ອລາ ໃນລະບົບສືບພັນ: ສຳລັບຜູ້ຍິງ ການນອນເປືອຍກາຍ ມີສ່ວນຊ່ວຍໃຫ້ຫຼຸດຄວາມສ່ຽງ ໃນການຕິດເຊື້ອລາ ໃນລະບົບສືບພັນ.
6. ເພີ່ມຄວາມສະບາຍຂະນະກຳລັງນອນ: ການນອນຫຼັບພັກຜ່ອນໃນຕອນກາງຄືນ ໂດຍທີ່ບໍ່ມີເສື້ອຜ້າຫຸ້ມ ຈະຊ່ວຍເພີ່ມຄວາມສະບາຍ ແລະ ຜ່ອນຄາຍ ເຮັດໃຫ້ການພັກຜ່ອນຂອງເຈົ້າມີປະສິດທິພາບຂຶ້ນ.
7. ຮັກສາຄວາມໜຸ່ມສາວ ໃຫ້ນານຂຶ້ນ: ການນອນເປືອຍກາຍ ຊ່ວຍໃນການຕໍ່ຕ້ານຮິ້ວຮອຍ ທີ່ອາດເກີດຂຶ້ນຈາກເສື້ອຜ້າ. ນອກຈາກນີ້ຍັງຊ່ວຍໃຫ້ອາລົມຂອງເຈົ້າດີຂຶ້ນນຳ.
8. ຊ່ວຍເພີ່ມຄວາມໃກ້ຊິດກັບຄູ່ຮັກ: ຂໍ້ນີ້ຖືວ່າພິເສດຫຼາຍ ການນອນເປືອຍກາຍຄຽງຂ້າງຄູ່ຮັກຂອງເຈົ້າ ຈະເປັນການເພີ່ມຄວາມໃກ້ຊິດ ແລະ ເພີ່ມລົດຊາດໃນຊີວິດຮັກ ຂອງເຈົ້ານຳ.
ເຈົ້າຄິດວ່າ ຂໍ້ດີຂອງການ “ແກ້ເສື້ອຜ້ານອນ” ຕໍ່ກັບສຸຂະພາບມີຫຍັງອີກ? ຢ່າລືມປະກອບຄຳຄິດເຫັນໄດ້ ^^.
Powered by Blogger.