Header Ads

ສູງສຸດເປັນປະຫວັດສາດ! ທົ່ວໂລກຫວັ່ນ ເຮັດໃຫ້ຍອດຄົ້ນຫາຄຳວ່າ “ສົງຄາມໂລກ 3” ໃນ Google ເພີ່ມ

ผลการค้นหารูปภาพสำหรับ ສົງຄາມໂລກ 3
ເວັບໄຊ້ “ເດລີດອທ” ລາຍງານເມື່ອບໍ່ດົນມານີ້ວ່າ ປະລິມານການຄົ້ນຫາຄຳວ່າ “ສົງຄາມໂລກ ຄັ້ງທີ່ 3” (world war 3) ແລະ “ກຳລັງເກີດສົງຄາມ” (going to war) ຜ່ານລະບົບການຄົ້ນຂໍ້ມູນຂອງ Google ເພີ່ມສູງຂຶ້ນ ເປັນປະຫວັດສາດ ສະທ້ອນໃຫ້ເປັນເຖິງຄວາມວິຕົກ ແລະ ຄວາມກັງວົນ ຂອງຄົນທົ່ວໂລກ ວ່າກຳລັງຈະເກີດສົງຄາມຄັ້ງໃຫຍ່.

ການຄົ້ນຫາຂໍ້ມູນດ້ວຍຄຳວ່າ “ສົງຄາມໂລກ ຄັ້ງທີ່ 3” ເພີ່ມຂຶ້ນເຖິງລະດັບສູງສຸດ ເປັນປະຫວັດສາດໃນຊ່ວງ 2-3 ອາທິດມານີ້ ໂດຍເພີ່ມຂຶ້ນມາສູງສຸດເມື່ອວັນທີ 7 ເມສາທີ່ຜ່ານມາ ເມື່ອມີຂ່າວ ປະທານາທິບໍດີ ໂດນັລດ໌ ທຣັມ ຂອງອາເມຣິກາ ສັ່ງຍິງຂີປະນາວຸດໂທມາຮອກ 59 ລູກ ເຂົ້າໃສ່ຖານທັບອາກາດຂອງຊີເຣຍ ຫຼັງຈາກນັ້ນມາຂໍ້ມູນຂອງ “Google Trend” ສະແດງໃຫ້ເຫັນວ່າການຄົ້ນຫາ ດ້ວຍຄຳຄົ້ນປະມານແນວນີ້ ຍັງຢູ່ໃນລະດັບສູງຜິດປົກກະຕີິ ເມື່ອເກີດສະຖານະການຕຶງຄຽດລະຫວ່າງອາເມຣິກາ ກັບຫຼາຍປະເທດ ໂດຍສະເພາະກັບເກົາຫຼີເໜືອ.

ຄັ້ງລ່າສຸດ ທີ່ມີທ່າອ່ຽງການຄົ້ນຫາຄຳວ່າ ສົງຄາມໂລກຄັ້ງທີ່ 3 ເພີ່ມສູງຂຶ້ນຫຼາຍນັ້ນ ເກີດຂຶ້ນຫລັງຈາກ ເຫດການໂຈມຕີ ກຸງປາຣີສ ປະເທດຝລັ່ງດ້ວຍການກໍ່ການຮ້າຍ ເມື່ອເດືອນພະຈິກ 2015 ແຕ່ຍອດທີ່ເພີ່ມສູງຂຶ້ນໃນເດືອນເມສາປີນີ້ ເປັນການເພີ່ມຂຶ້ນຈາກສະຖິຕິເມື່ອປີ 2015 ເກືອບ 100% ແລະ ເປັນລະດັບສຸູງສຸດທີ່ຜູ້ຄົ້ນທົ່ວໂລກຄັ້ນຫາຄຳວ່າ “ສົງຄາມໂລກຄັ້ງທີ່ 3” ນັບຕັ້ງແຕ່ປີ 2003 ທີ່ Google ເລີ່ມປະມວນຜົນ ການຄົ້ນຫາອອກມາເຜີຍແຜ່ ເປັນເທື່ອທຳອິດ.
Powered by Blogger.