Header Ads

ລາວ ໄດ້ຄະແນນ “ມີຄວາມໂປ່ງໃສດີຂຶ້ນຫຼາຍ” ແລະ ດີກວ່າຜ່ານມາ ຈາກການມາຂອງທ່ານ ທອງລຸນ

ผลการค้นหารูปภาพสำหรับ ລາວ ໄດ້ຄະແນນ “ມີຄວາມໂປ່ງໃສດີຂຶ້ນຫຼາຍ” ແລະ ດີກວ່າຜ່ານມາ ຈາກການມາຂອງທ່ານ ທອງລຸນ

ອີງຕາມເວັບໄຊ້ http://www.transparency.org ໄດ້ເປີດເຜີຍອາທິດນີ້ວ່າ: ສປປ ລາວ ມີຄວາມໂປ່ງໃສເພີ່ມຂຶ້ນຫລາຍ ພາຍຫລັງອົງການສາກົນເພື່ອຕິດຕາມຄວາມໂປ່ງໃສທົ່ວໂລກຈັດອັນດັບຈາກ 1-176 ປະເທດພົບວ່າ ສປປ ລາວຕິດອັນດັບທີ 123. ໃນນັ້ນອັນດັບທີ 1 ທີ່ມີຄວາມໂປ່ງໃສທີ່ສຸດ ແມ່ນປະເທດເດນມາກ, ທີ 2 ນີວຊີແລນ, ທີ 3 ຟິນແລນ, ທີ 4 ສະວີເດັນ, ທີ 5 ສະວິດເຊີແລນ, ທີ 6 ນໍເວ, ທີ 7 ສິງກະໂປ, ທີ 8 ຮອລແລນ, ທີ 9 ການາດາ, ທີ 10 ເຢຍລະມັນ.

ສ່ວນປະເທດທີ່ມີຄວາມໂປ່ງໃສໜ້ອຍທີ່ສຸດ: ອັນດັບທີ 1 ໂຊມາເລຍ, ທີ 2 ຊູດານໃຕ້ ແລະ ອື່ນໆ.

ຖ້າປຽບທຽບຕົວເລກກັບ 2 ປີຜ່ານມາເຫັນວ່າ: ປະເທດລາວໄດ້ ຄະແນນຫລື່ນ ປີ 2014 ແລະ 2015 ຖືກຈັດຢູ່ ໃນອັນດັບທີ 139 ຄະແນນ ເຊິ່ງເຫດຜົນຫຼັກທີ່ເຮັດໃຫ້ມີຄວາມປ່ຽງໃສຫຼາຍແມ່ນ ຍ້ອນເຫດຜົນໃນປີ 2016 ສປປລາວ ໄດ້ມີການປ່ຽນແປງຄະນະລັດຖະບານໃໝ່, ລວມທັງການເປັນນາຍົກຂອງທ່ານ ທອງລຸນ ສີສຸລິດ, ທີ່ໄດ້ມີການປັບປຸງນິຕິກໍາໃໝ່, ອອກຄຳສັ່ງຫ້າມສົ່ງອອກໄມ້, ກວດກາການໃຫ້ສຳປະທານໂຄງການພັດທະນາ, ສັ່ງໂຈະການຂຸດຄົ້ນບໍ່ແຮ່ຊະຊາຍ, ອອກມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ແລະ ອື່ນໆ.
Powered by Blogger.