Header Ads

ອາລະສານຂອງໂລກ!! 5 ເຫດການທີ່ຈະພາໄປສູ່ “ຈຸດຈົບຂອງໂລກ”


ผลการค้นหารูปภาพสำหรับ ອາລະສານຂອງໂລກ!! 5 ເຫດການທີ່ຈະພາໄປສູ່ “ຈຸດຈົບຂອງໂລກ”
Top Lists ຊ່ອງຊື່ດັງໃນຢູທູບ ເຜີຍ 5 ເຫດການ ທີ່ຈະເປັນຈຸດຈົບຂອງມວນມະນຸດ ແລະ ເມື່ອເວົ້າເຖິງມື້ອາວະສານຂອງໂລກ ຈະມີເຫດການໃດແດ່ ໄປເບິ່ງນຳກັນໄດ້ເລີຍ.

1 ສົງຄາມນິວເຄລຍ:

1

ຂະນະທີ່ສົງຄາມໂລກຄັ້ງທີ່ 2 ຢຸດຕິລົງໄດ້ໂດຍລະເບີດນິວເຄລຍ 2 ລູກທີ່ອາເມຣິການຳໄປຖິ້ມໃສ່ຍີ່ປຸ່ນ ເຮັດໃຫ້ນັກວິຊາການຫຼາຍຄົນກັງວົນວ່າ ສົງຄາມໂລກຄັ້ງທີ່ 3 ອາດມີຈຸດເລີ່ມຕົ້ນມາຈາກສົງຄາມນິວເຄລຍ ເຊິ່ງປະຈຸບັນທົ່ວໂລກມີຫົວຮົບນິວເຄລຍທັງໝົດ 16,400 ລູກ ຜູ້ຄົນຈະລົ້ມຕາຍຍ້ອນສານກຳມັນຕະພາບລັງສີ ແລະ ຫາກເກີດສົງຄາມນິວເຄລຍແທ້ ເກືອບວ່າເປັນໄປບໍ່ໄດ້ເລີຍ ທີ່ມວນມະນຸດ ຈະສາມາດຟື້ນຟູໂລກທີ່ເຮົາຮູ້ຈັກ ໃຫ້ກັບມາເປັນຄືເກົ່າ.

2 ພາຍຸສຸລິຍະ:

2

ເມື່ອຂົ້ວແມ່ເຫຼັກ (ເຫຼັກກ້າ) ເທິງດວງຕາເວັນເກີດການສະຫຼັບຂົ້ວ ຈະເຮັດໃຫ້ດວງອາທິດເລັ່ງອະນຸພາກ ພະລັງງານສູງ ພັດຈາກດວງຕາເວັນມາຍັງໂລກ ເຊິ່ງພາຍຸສຸລິຍະດັ່ງກ່າວ ຫາກວ່າມີຄວາມເຂັ້ມຂຸ້ນສູງ ອາດສົ່ງຜົນກະທົບຕໍ່ກັບດາວທຽມ ແລະ ລະບົບສື່ສານອີເລັກໂທຣນິກ ເທິງໂລກທຸກຊະນິດ ຈົນເຮັດໃຫ້ທົ່ວໂລກຫາຍເປັນອຳມະພາດໄດ້ ຫາກວ່າເກີດເຫດການດັ່ງກ່າວຂຶ້ນ ຖືໄດ້ວ່າເປັນຫາຍະນະຄັ້ງໃຫຍ່ຂອງມວນມະນຸດກໍ່ວ່າໄດ້.

3 ໂລກລະບາດ:

3

ໃນປະຫວັດສາດຂອງມວນມະນຸດ ພວກເຮົາໄດ້ບັນທຶກການເກີດໂລກລະບາດ ທີ່ຂ້າຊີວິດຜູ້ຄົນໄປເປັນຈຳນວນຫຼາຍລ້ານ ບໍ່ວ່າຈະເປັນກາລະໂລກ, ໄຂຫວັດສະເປນ. ຢ່າງທີ່ຮູ້ກັນດີວ່າໃນປະຈຸບັນ ວິທະຍາສາດການແພດ ໄດ້ຈະເລີນກ້າວຫນ້າໄປໄກຈົນສາມາດປ້ອງກັນ ຫຼື ຮັກສາໂລກຮ້າຍໄດ້ຫຼາຍຊະນິດ ແຕ່ບໍ່ສາມາດເປັນຫຼັກປະກັນຄວາມປອດໄພໃນອະນາຄົດໄດ້ ເນື່ອງຈາກຍັງມີເຊື້ອໄວຣັສ ທີ່ເປັນພາຫະນຳໂລກອີກຈຳນວນຫຼາຍ ທີ່ມະນຸດຍັງຂາດຄວາມເຂົ້າໃຈມັນ.

4 ພູເຂົາໄຟເຢລໂລ້ສໂຕນ:

4

ຫາກຍັງຈື່ ຫຼື ເຄີຍເບິ່ງໜັງເລື່ອງ 2012 ມີສາກໜຶ່ງ ເປັນການລະເບີດ ຂອງພູເຂົາໄຟ ເຢລໂລ້ສໂຕນ ທີ່ນຳພາຈຸດຈົບມາສູ່ປະເທດອາເມຣິກາ ແລະ ທົ່ວໂລກ ເຊິ່ງຄວາມຈິງແລ້ວ ນັກວິທະຍາສາດກ່າວວ່າ ພູເຂົາໄຟໜ່ວຍນີ້ມີອາຍຸຍາວນານເກືອບ 600,000 ປີ ຫາກວ່າມັນລະເບີດຂຶ້ນ (ມີຄວາມເປັນໄປໄດ້ສູງທີ່ມັນຈະລະເບີດ) ມັນຈະສົ່ງຜົນກະທົບຕໍ່ 2 ໃນ 3 ຂອງອາເມຣິກາ ແລະ ເປັນການກະຕຸ້ນໃຫ້ພູເຂົາໄຟລູກອື່ນໆ ລະເບີດຕາມມາ ເຊິ່ງນັ້ນໝາຍເຖິງຈຸດອາວະສານຂອງໂລກຢ່າງແທ້ຈິງ.

5 ອຸກະບາດຕຳໂລກ:

5

NASA ພະຍາຍາມເຝົ້າສັງເກດການອາວະກາດ ແຕ່ຄວາມຈິງແລ້ວ ອາວະກາດນັ້ນກວ້າງໃຫຍ່ໄພສານຫຼາຍ ຈົນມະນຸດບໍ່ສາມາດສຳຫຼວດໄດ້ຢ່າງທົ່ວເຖິງ ກ່າວກັນວ່າຫາກເກີດເຫດການ ອຸກະບາດຕຳໂລກແທ້ ໂລກທັງຫນ່ວຍຈະຖືກຖະລົ່ມດ້ວຍຄື່ນຍັກສຶນາມິ ແລະ ຖືກເຜົາດ້ວຍແປວເພີງ ຈາກແຮງລະເບີດ ຫລັງຈາກນັ້ນໂລກກໍ່ຈະມີສະພາບ ບໍ່ແຕກຕ່າງຈາກດາວສຸກ ທີ່ບໍ່ມີສິ່ງທີ່ມີຊີວິດໃດໆອາໄສຢູ່ໄດ້.
Powered by Blogger.