Header Ads

ສະຫະລັດພ້ອມຮັບມືກັບໂສມແດງ! ລະບົບຕ້ານຂີປະນາວຸດຂ້າມທະວີບສຳເລັດແລ້ວ

ผลการค้นหารูปภาพสำหรับ ขีปนาวุธ
ກະຊວງປ້ອງກັນປະເທດສະຫະລັດປະສົບຄວາມສຳເລັດໃນການທົດສອບລະບົບປ້ອງກັນຂີປະນາວຸດຂ້າມທະວີບໃນການທົດລອງທີ່ເຮັດຂຶ້ນຢ່າງເປັນທາງການເທື່ອທຳອິດ ທ່າມກາງຄວາມເຄັ່ງຮ້ອນຕໍ່ກໍລະນີຄວາມຂັດແຍ້ງກັບເກົາຫຼີເໜືອທີ່ໄດ້ເຮັດການທົດສອບຂີປະນາວຸດຢ່າງຕໍ່ເນື່ອງລວມ 9 ລູກໃນປີນີ້.

ໜ່ວຍງານປ້ອງກັນຂີປະນາວຸດ ຫຼື ເອັມດີເອ ຂອງກະຊວງປ້ອງກັນປະເທດສະຫະລັດເຜີຍວ່າ ໄດ້ເຮັດການປ່ອຍຈະຫຼວດສະກັດຂີປະນາວຸດຈາກຖານຍິງພາກພື້ນດິນໃນຖານທັບອາກາດແຄລິຟໍເນຍ ເຊິ່ງສາມາດສະກັດກັ້ນຂີປະນາວຸດທີ່ຖືກຮຽນແບບຂຶ້ນເປັນຜົນສຳເລັດ ທັງນີ້ກະຊວງປ້ອງກັນປະເທດສະຫະລັດຢືນຢັນວ່າການທົດສອບດັ່ງກ່າວເປັນແຜນການທີ່ວາງໄວ້ລ່ວງໜ້າ ເຖິງຈະເກີດຂຶ້ນໃນຂະນະທີ່ມີຄວາມເຄັ່ງຮ້ອນຕໍ່ກໍລະນີເກົາຫຼີເໜືອທີ່ເພີ່ມຂຶ້ນກໍ່ຕາມ.

ຜູ່ອຳນວຍການເອັມດີເອລະບຸວ່າ ການທົດສອບດັ່ງກ່າວຖືເປັນຫຼັກໄຊສຳຄັນເນື່ອງຈາກລະບົບຕໍ່ຕ້ານຂີປະນາວຸດມີຄວາມສຳຄັນຢ່າງຍິ່ງກັບການປົກປ້ອງແຜ່ນດິນເກີດ ແລະ ການທົດສອບຄັ້ງນີ້ສະແດງໃຫ້ເຫັນວ່າສະຫະລັດມີຄວາມສາມາດໃນການຮັບມືກັບໄພຄຸກຄາມທີ່ແທ້ຈິງໄດ້.
Powered by Blogger.