Header Ads

ເວນເກີ່ ບໍ່ສົນໃຈ ທີ່ແຟນບານ ຂີ່ຍົນເຮັດປ້າຍໄລ່


ในภาพอาจจะมี 3 คน, ผู้คนกำลังยืน และ ชุดสูท

ອາເຊນ ເວນເກີ ຢືນຢັນວ່າລາວນັ້ນບໍ່ໄດ້ສົນໃຈຫຍັງຫຼັງຈາກແຟນບານມີການເຮັດປ້າຍປະທ້ວງລາວໂດຍການໃຊ້ຍົນບິນຜ່ານເດີ່ນ bet365 ຂອງສະໂຕກໂດຍເຈົ້າຕົວຢືນຢັນວ່າມັນບໍ່ສົ່ງຜົນຫຍັງ ແລະ ຂໍມຸ່ງໜັ້ນກັບເລື້ອງບານເຕະຢ່າງດຽວ.
ທີມປືນໃຫຍ່ຈັດການຍຳໃຫຍ່ໃສ່ສະໂຕກເຈົ້າຖິ່ນໄປ 4-1 ແລະ ນັ້ນເຮັດໃຫ້ພວກເຂົາຍັງມີໂອກາດທີ່ຈະຈົບອັນດັບທ໊ອບໂຟຢູ່ໃນລະດູການນີ້ ແຕ່ຢ່າງໃດກໍຕາມລະຫວ່າງເກມນັ້ນກໍມີຍົນຕິດປ້າຍ Wenger-Out Means Out ລອຍຜ່ານເດີ່ນໄປ ໂດຍກ່ອນໜ້ານີ້ລາວກໍເຄີຍຖືກແບບນີ້ມາກ່ອນແລ້ວໃນເກມກັບ ເວສບຣອບ ໃນເດືອນມີນາ.
ເວນເກີ ກ່າວ : ຂ້ອຍຕ້ອງການສະມາທິກັບບານເຕະ ຂ້ອຍບໍ່ໄດ້ຢູ່ໃນແວດວົງການເມືອງເພາະສະນັ້ນເລື້ອງພວກນັ້ນບໍ່ສຳຄັນເລີຍ ຂ້ອຍຢູ່ໃນວົງການກິລາ ຂ້ອຍຮັກກິລາ ຂ້ອຍໃຫ້ 24 ຊົ່ວໂມງໃນມື້ໜຶ່ງຂອງຂ້ອຍໃຫ້ກັບອັນໃດທີ່ຂ້ອຍຮັກ ຂ້ອຍຢູ່ໃນວຽກທີ່ເປັນສາທາລະນະ ບາງຄົນເຫັນດີນຳບາງຄົນບໍ່ ແຕ່ຂ້ອຍກໍຄົງບໍ່ມີຄວາມຄິດເຫັນພິເສດກ່ຽວກັບສິ່ງນັ້ນດອກ ຂ້ອຍຕ້ອງຈ່າຍເພື່ອເຮັດວຽກຂອງຂ້ອຍ ສຳລັບທີມທີ່ຂ້ອຍຮັກ ແລະ ຂ້ອຍຢາກເຮັດສິ່ງນັ້ນໄປດົນໆເທົ່າທີ່ຈະເຮັດໄດ້ ຂ້ອຍມີຄວາມຜູກພັນຫຼາຍ ແລະ ຂ້ອຍບໍ່ມີຫຍັງຈະເວົ້າອີກ.

Powered by Blogger.