Header Ads

ຟອສ ປະກາດປົດພະນັກງານ 2 ໝື່ນຄົນທົ່ວໂລກເພາະຍອດຂາຍຫຼຸດ



ສຳນັກຂ່າວເອເອັບພີລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 17 ພຶດສະພາວ່າ ແຫຼ່ງຂ່າວຢືນຢັນກັບສຳນັກຂ່າວເອເອັບພີວ່າ ການປົດພະນັກງານຄັ້ງໃຫຍ່ຂອງຟອສ ຈະສົ່ງຜົນກະທົບຕໍ່ພະນັກງານທີ່ຮັບເງິນເດືອນປະຈຳທົ່ວໂລກປະມານ 20,000 ຄົນ ປະຈຸບັນຟອສເຊິ່ງເປັນບໍລິສັດຜູ້ຜະລິດລົດໃຫຍ່ລາຍໃຫຍ່ອັນດັບ 2 ຂອງອາເມລິກາ ມີຄົນງານທົ່ວໂລກປະມານ 202,000 ຄົນ
ການປະກາດມີຂື້ນຂະນະທີ່ບໍລິສັດກຳລັງຕໍ່ສູ້ກັບປັນຫາຍອດຂາຍຫຼຸດລົງ ຫຼັງຈາກເຕີບໂຕຫຼາຍປີ ໂດຍໂຕເລກໃນເດືອນເມສາທີ່ຜ່ານມາ ຟອສມີຍອດຂາຍລວມ 214,695 ຄັນ ຫຼຸດລົງ 7.2% ເມື່ອທຽບກັບເດືອນດຽວກັນຂອງປີກາຍ
ທ້າວ ໄມ ໂມແຣນ ໂຄສົກຂອງຟອສ ມໍເຕີ້ ກ່າວວ່າ ເປົ້າໝາຍກະທັນຫັນຂອງບໍລິສັດລວມເຖິງການເຮັດກຳໄລໃນທຸລະກິດຫຼັກ ແປງທຸລະກິດຫຼັກທີ່ບໍ່ເຕີບໃຫຍ່ຕາມເປົ້າໝາຍ ລົງທຶນຢ່າງເຂັ້ມຂຸ້ນແຕ່ຄອບໃນໂອກາດເກີດໃໝ່ ແລະທ້າຍທີ່ສຸດຟອສຈະພະຍາຍາມຕັດຫຼຸດຄ່າໃຊ້ຈ່າຍທີ່ຊິ້ນເປືອງ ແລະກາຍເປັນບໍລິສັດທີ່ມີປະສິດທິພາບຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້

Powered by Blogger.