ສປຊ ລົງໂທດ ຕໍ່ການທົດລອງ ລູກສອນໄຟ ຂີປະນາວຸດ ຂອງ ເກົາຫຼີເໜືອ
ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ປະນາມຢ່າງແຮງຕໍ່ການທົດລອງລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ ຢູ່ໃນລາຍງານສະບັບນຶ່ງທີ່ຂຽນຢ່າງຍາວຢຽດ ພ້ອມທັງນາບຂູ່ວ່າຈະທໍາການລົງໂທດຄັ້ງໃໝ່ຕໍ່ປະເທດດັ່ງກ່າວ ທີ່ໄດ້ “ທໍາການທ້າທ້າຍຢ່າງໂຈ່ງແຈ້ງແລະເກາະຜິດ” ຕໍ່ຂໍ້ຮຽກຮ້ອງກ່ອນໜ້ານີ້ ວ່າໃຫ້ຍຸຕິການທົດລອງນິວເຄລຍນັ້ນ.
ໃນຖະແຫລງການທີ່ບໍ່ໄດ້ລະບຸຊື່ ທີ່ເຜີຍແຜ່ອອກມາໃນແລງວັນຈັນວານນີ້ ແລະໄດ້ຮັບການສະໜັບສະໜຸນຈາກຈີນ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ສະແດງ “ຄວາມເປັນຫ່ວງທີ່ສຸດ” ຕໍ່ການທົດລອງລູກສອນໄຟທີ່ມີຂຶ້ນໃນວັນອາທິດຜ່ານມາ ທີ່ທາງພຽງຢາງເວົ້າວ່າ ມັນແມ່ນລູກສອນໄຟທີ່ຍິງໄລຍະກາງ ຫາໄລຍະຍາວທີ່ສາມາດຍິງໄປໄກເຖິງ 787 ກິໂລແມັດ ກ່ອນທີ່ຈະຕົກລົງໃສ່ທະເລຍີ່ປຸ່ນນັ້ນ.
ຖະແຫລງການຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ເອີ້ນການທົດລອງລູກສອນໄຟນີ້ວ່າ ເປັນ “ການປະພຶດທີ່ທໍາໃຫ້ຂາດສະຖຽນລະພາບຢ່າງໜັກ ຊຶ່ງພາໃຫ້ມີຄວາມເຄັ່ງຕຶງຢູ່ໃນຂົງເຂດເອເຊຍຕາເວັນອອກ ແລະກາຍຂົງເຂດນັ້ນອີກເພີ່ມທະວີຂຶ້ນ.” ຖະແຫລງການດັ່ງກ່າວ ຍັງໄດ້ຮຽກຮ້ອງຕື່ມອີກວ່າ ໃຫ້ທຸກປະເທດປະຕິບັດ 6 ມະຕິກ່ຽວກັບການລົງໂທດຕໍ່ເກົາຫຼີເໜືອ ທີ່ໄດ້ຮັບຂອງເອົາໂດຍອົງການ
ລະດັບໂລກແຫ່ງນີ້“ຢ່າງວ່ອງໄວ ແລະຈິງຈັງ.”
ລະດັບໂລກແຫ່ງນີ້“ຢ່າງວ່ອງໄວ ແລະຈິງຈັງ.”
ໃນເຊົ້າວັນຈັນວານນີ້, ທ່ານ Moon Jae-in ປະທານາທິບໍດີເກົາຫຼີໃຕ້ ໄດ້ກ່າວວ່າ ທ່ານໄດ້ສົ່ງທູດພິເສດໄປຍັງທົ່ວໂລກ ເພື່ອຮັດແໜ້ນສາຍສໍາພັນຂອງເກົາຫຼີໃຕ້ ຢູ່ທົ່ວໂລກ ທ່າມກາງການທົດລອງລູກສອນໄຟດັ່ງກ່າວນີ້. ປະທານາທິບໍດີ ເວົ້າວ່າທູດພິເສດດັ່ງກ່າວຈະພົບປະກັບເຈົ້າໜ້າທີ່ຂັ້ນສູງຂອງປະເທດຕ່າງໆ ເພື່ອແລກປ່ຽນຄວາມຄິດເຫັນ ແລະອະທິບາຍເຖິງແຜນນະໂຍບາຍຂອງລັດຖະບານຊຸດໃໝ່ຂອງເກົາຫຼີໃຕ້.