Header Ads

ສະຫະລັດອຶດອັດ! ຈີນເຊີນເກົາຫຼີເໜືອເຂົ້າຮ່ວມປະຊຸມເສັ້ນທາງສາຍໄໝ

ເມື່ອວັນທີ 12 ພຶດສະພາ 2017 ຣອຍເຕີລາຍງານວ່າ ລັດຖະບານສະຫະລັດອາເມລິກາສົ່ງຈົດໝາຍທາງການທູດແຈ້ງຕໍ່ທາງການຈີນ ວ່າບໍ່ສະບາຍໃຈທີ່ຈີນເຊີນຕົວແທນຈາກລັດຖະບານເກົາຫຼີເໜືອເຂົ້າຮ່ວມປະຊຸມຜູ້ນຳກຸ່ມປະ ເທດເສັ້ນທາງສາຍໄໝ (Belt and Road Forum) ຄັ້ງທີ 1 ວັນທີ 14-15 ພຶດສະພາ 2017ນີ້ ທີ່ນະຄອນຫຼວງປັກກິ່ງ
ການປະຊຸມດັ່ງກ່າວມີຜູ້ນຳ 29 ປະເທດເຂົ້າຮ່ວມ ເຊິ່ງສະຫະລັດຈະສົ່ງທ່ານ ແມັດ ພ໊ອດທິງເກີ ທີ່ປຶກສາລັດຖະບານສະຫະລັດໄປເປັນຕົວແທນປະຊຸມ ປະກົດວ່າຈີນເຊີນເກົາຫຼີເໜືອເຂົ້າຮ່ວມພ້ອມ ທັງທີປະທານາທິບໍດີສະຫະລັດອາ ເມລິກາ ໂດນັລ ທຣັມ ຫາກໍ່ຂໍຮ້ອງໃຫ້ປະທານາທິບໍດີ ສີ ຈິ້ນຜິງ ຜູ້ນຳຈີນ ພະຍາຍາມກົດດັນເກົາຫຼີເໜືອໃຫ້ຖອຍ ແລະ ປົດອາວຸດ
ໃນຈົດໝາຍການທູດດັ່ງກ່າວ ສະຫະລັດເຕືອນຈີນວ່າ ການເຊີນເກົາຫຼີເໜືອເຂົ້າຮວມອາດມີຜົນຕໍ່ການເຂົ້າຮ່ວມຂອງປະເທດອື່ນໆ ແລະ ເປັນການສົ່ງສັນຍານທີ່ຜິດໃນຊ່ວງເວລານີ້ ທີ່ປະຊາຄົມໂລກຕ່າງກົດດັນເກົາຫຼີເໜືອ ຫຼັງຈາກເກົາຫຼີເໜືອບໍ່ຍອມເລີກທົດລອງຂີປະນາວຸດ ແລະ ອາວຸດນິວເຄຣຍ
Powered by Blogger.