Header Ads

“ດູແຕເຕ”ເຜີຍ! ພ້ອມສຳຫຼວດຊັບພະຍາກອນໃນທະເລຈີນໃຕ້ຮ່ວມກັບຈີນ-ຫວຽດນາມ

ປະທານາທິບໍດີໂຣດຣິໂກ ດູແຕເຕ ຂອງຟິລິບປິນ ກ່າວຫຼັງກັບຈາກການເດີນທາງໄປຮ່ວມປະຊຸມທີ່ປະເທດຈີນວ່າ ເຂົາເປີດກວ້າງສຳລັບການສຳຫຼວດຊັບພະຍາກອນທຳມະຊາດໃນທະເລຈີນໃຕ້ຮ່ວມກັບປະເທດທີ່ມີການອ້າງສິດທັບຊ້ອນກັນຢ່າງຈີນ ແລະ ຫວຽດນາມ “ຫາກເຮົາສາມາດນຳສິ່ງທີ່ມີຢູ່ມາໃຊ້ໄດ້ໂດຍບໍ່ຕ້ອງຜິດໃຈກັນ ເປັນຫຍັງຈະເຮັດບໍ່ໄດ້” ດູແຕເຕກ່າວ
ດູແຕເຕລະບຸວ່າ ຂໍ້ຕົກລົງທີ່ເກີດຂຶ້ນຈະຕ້ອງຢູ່ບົນພື່ນຖານຂອງຄວາມຍຸດຕິທຳ ແລະ ສົມດູນ ໂດຍໜຶ່ງໃນຫົວຂໍ້ທີ່ຕ້ອງການໃຫ້ມີການລົມກັນຄືການເຮັດແນວທາງປະຕິບັດໃນທະເລຈີນໃຕ້ເຊິ່ງເປັນເລື່ອງທີ່ອາຊຽນ ແລະ ຈີນຫາລືກັນມາດົນນານກວ່າ 15 ປີ ທັງເຈົ້າໜ້າທີ່ຟິລິບປິນ ແລະ ຈີນກຳນົດຈະຫາລືກັນຮອບທຳອິດໃນທ້າຍອາທິດນີ້ເຖິງການແກ້ໄຂບັນຫາຄວາມຂັດແຍ້ງໃນກໍລະນີດັ່ງກ່າວ
ດູແຕເຕບອກຕື່ມອີກວ່າ ຍັງມີແຜນຈະກົດດັນຈີນຕໍ່ກໍລະນີຄຳຕັດສິນຂອງສານໂລກເມື່ອປີທີ່ຜ່ານມາວ່າການອ້າງສິດຂອງຈີນເໜືອແຜ່ນດິນເກືອບທັງໝົດໃນທະເລຈີນໃຕ້ເປັນເລື່ອງບໍ່ເຫັນຊອບຕາມກົດໝາຍ ພ້ອມທັງກ່າວຊື່ນຊົມຜູ້ນຳຈີນທັງປະທານາທິບໍດີ ສີ ຈິ້ນຜິງ ແລະ ນາຍົກລັດຖະມົນຕີ ຫຼີ່ ເຄີ່ສຽງ ວ່າເປັນຄົນມີນ້ຳໃຈເອື້ອເຟື້ອ ແລະ ຈິງໃຈ
Powered by Blogger.