Header Ads

ມາແລ້ວ The Sims Mobile ເກມຈໍາລອງເວີເຊິນ Android ແລະ iOS



EA ເຄືອຂ່າຍເກມຊື່ດັງໃນສະຫາລັດອາເມລິກາ ເປີດໂຕ The Sims Mobile ເກມຈໍາລອງຊີວິດເວີເຊິນ Android ແລະ iOS ເພື່ອສານຕໍ່ຕໍານານບົດໃໝ່ຜ່ານໜ້າຈໍມືຖືແບບເຕັມຮູບແບບຊະິດທີ່ແຟນໆບໍ່ຄວນພາດ ເຊິ່ງເກມ The Sims Mobile ທີ່ພັດທະນາໂດຍ Maxis ໄດ້ນໍາຮູບແບບການຫຼິ້ນ ແລະ ເນື້ອຫາຂອງເກມ The Sims4 ທີ່ສໍາຄັນມາໄວ້ແບບຄົບບໍ່ວ່າຈະເປັນການໃຊ້ຊີວິດປະຈໍາວັນໄປຈົນເຖິງການສ້າງຄອບຄົວ, ຕົບແຕ່ງບ້ານດ້ວຍສິ່ງຂອງແລະອື່ນໆອີກຫຼາກຫຼາຍໃນສະບັບຂອງເກມ The Sims ທີ່ຫຼາຍຄົນຄຸ້ນເຄີຍເປັນຢ່າງດີ
ນອກຈາກນີ້ເກມ The Sims Mobile ຍັງມີເຄວຕ່າງໆໃຫ້ຜູ້ຫຼິ້ນໄດ້ເລືອກແລະຫາກຫຼິ້ນຈົນໄດ້ອັນດັບ (Rank Up) ກໍ່ຈະສາມາດປົດລ໋ອກສິ່ງຂອງຕ່າງໆໃຫ້ສາມາດຊື້ເພີ່ມໄດ້ລວມເຖິງຍັງມີລະບບົບ In-app purchase ສໍາລັບຊື້ອງພາຍໃນເກມເຂົ້າມາອີກດ້ວຍ
ທັງນີ້ເກມ The Sims Mobile ເປັນພຽງເວີເຊິນ Soft Launch ຫຼືເວີເຊິນທົດສອບບ່ອນເປີດຫຼິ້ນໃບາງປະເທດເທົ່ານັ້ນໂດຍເລີ່ມປ່ອຍໃຫ້ຫຼິ້ນທີ່ບຣາຊິວເປັນປະເທດທໍາອິດ ສ່ວນປະເທດອື່ນໆຈະເປີດໃຫ້ຫຼິ້ນໃນພາຍຫຼັງ


Powered by Blogger.