Header Ads

TravelMate Spin B1 ໂນດນຸກ Windows 10 S ຕົວທຳອິດຂອງ Acer




ຫຼັງຈາກທີ່ Windows 10 S ໄດ້ເປີດຕົວໂດຍເນັ້ນເລື່ອງຄວາມເບົາໃນລະບົບປະຕິບັດການໂດຍບັງຄັບໃຫ້ຄົນໃຊ້ງ່າຍຈະຕ້ອງໂຫຼດໂປຣມແກຣມຜ່ານ Windows Store ເທົ່ານັ້ນທຳໃຫ້ Acer ເປີດຕົວ TravelMate Spin B1 ທີ່ໃຊ້ລະບົບປະຕິບັດການນີ້ຢ່າງເປັນທາງການໂນດບຸກ Windows 10 S ຕົວທຳອິດຂອງ Acer ໜ້າຈໍພັບໄດ້ 360 ອົງສາ
ເມື່ອວັນທີ 3 ພຶດສະພາ 2560 ຜ່ານມາ Acer ໄດ້ເປີດຕົວ TravelMate Spin B1 ເຊິ່ງເປັນໂນດບຸກ  Windows 10 S ຕົວທຳອິດຂອງ Acer ໜ້າຈໍສຳຜັດໄດ້ 360 ອົງສາມີຈຸດເດັ່ນຄືໜ້າຈໍທີ່ມີລະ ບົບປ້ອງກັນແຮງກົດຈາກການໃຊ້ປາກກາສຳຜັດແຮງກໍ່ຕາມຕົວເຄື່ອງມີແຜ່ນຢ່າງກັນກະທົບ ແລະ ຄີບອດສາມາດປ້ອງກັນນ້ຳໄດ້ພໍສົມຄວນເໝາະສຳລັບກຸ່ມນັກຮຽນນັກສຶກສາ
Acer TravelMate Spin B1 ມາພ້ອມກັບໜ້າຈໍທັຊສະກຣີນຂະໜາດ 11.6 ນິ້ວ ຄວາມລະອຽດ HD ໃຊ້ຊີພີຢູ Intel Celeron ພ້ອມກຣາຟິກມີແຣມ 4GB ຄວາມຈຸ 64GB ຮອງຮັບ Wi-Fi 802.11ac  dual-band 2x2 MIMO ແບດເຕີຣີສາມາດໃຊ້ງານໄດ້ຕໍ່ເນື່ອງໄດ້ດົນເຖິງ 13 ຊົ່ວໂມງຕໍ່ການສາກ1ຄັ້ງນອກຈາກນີ້ຍັງຮອງຮັບ Bluetooth 4.0 ມີຜອດ USB 3.0, USB 2.0 ແລະ HDMI, Acer TravelMate Spin B1 ຈະເລີ່ມຈຳໜ່າຍໃນຊ່ວງປາຍ ເດືອນພຶດສະພາ 2560 ລາຄາຢູ່ທີ່  299 ໂດລາສະຫະລັດ.



Powered by Blogger.