Header Ads

ການໂຈມຕີ ທາງອາກາດ ຂອງ ຟີລິບປິນ ເຮັດໃຫ້ທະຫານ ເກືອບ 20 ບາດເຈັບ

ຮູບຈາກວີດີໂອ - ພວກທະຫານມາຣີນ ພວມຂຶ້ນເຮືອບິນຂົນສົ່ງ
ຢູ່ນະຄອນຫຼວງມະນີລາ. (1 ມິຖຸນາ 2017)
ເຈົ້າໜ້າ​ທີ່ກອງທັບ​ຟີ​ລິບ​ປິນ ກ່າວ​ໃນ​ວັນ​ພະຫັດ ​ມື້ນີ້​ວ່າ ນຶ່ງ​ໃນ​ການ​ໂຈມ​ຕີ​ ທາງອາກາດຂອງ​ຕົນທີ່​ຕັ້ງ​ໃຈ​ແນ​ໃສ່​ພວກ​ຫົວ​ຮຸນ​ແຮງ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ລັດອິສລາມຢູ່​ທີ່​ເມືອງ​ມາຣາວີ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ ກັບ​ໄດ້​ສັງຫານ ​ທະຫານ​ຂອງ​ຕົນ 10
ຄົນແລະ​ບາດ​ເຈັບ​ອີກ 7 ຄົນ.ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນ ທ່ານ Delfin Lorenzana ກ່າວ​ຕໍ່​
ພວກ​ນັກ​ຂ່າວ​ວ່າ “ການ​ປະສານ​ງານ​ໄດ້​ເກີດ​ຄວາມ​ຜິດພາດ​ຂຶ້ນ ດັ່ງນັ້ນ ຈຶ່ງ​ຖືກ​ຄົນ​ຂອງ​ພວກ​ເຮົາ​ເອງ.”ການຖິ້ມລະ​ເບີດ​ດ້ວຍ​ຄວາມ​ຜິ​ດພາດ ​ແມ່ນ​ນຶ່ງ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ຫຼາຍຄັ້ງທີ່​ທາງ​ກອງທັບ​ໄດ້​ກະທຳ​ໃນ​ວັນ​ພຸດ​ວານ​ນີ້​ໃນ​ຂະນະ​ທີ່​ກຳລັງ​ທະຫານ​ທາງພາກພື້ນດິນ​ພະຍາຍາມ​ຂັບ​ໄລ່​ພວກ​ຫົວ​ຮຸນ​ແຮງ​ອອກ​ໄປ​ຈາກ​ເມື​ອງດັ່ງກ່າວ.​ຄວາມ​ຮຸນ​ແຮງ​ທີ່​ເມືອງ​ມາຣາວີ​ໄດ້​ລະ​ເບີ​ດຂຶ້ນໃນ​ອາທິດ​ແລ້ວ​ຍ ​ເວລາ​ກຳລັງ​ຮັກສາ​ຄວາມ​ສະຫງົບ​ພະຍາຍາມ​ທີ່​ຈະ​ໄປ​ຈັບ​ທ້າວ Isnilon Hapilon ທີ່ເອ໋ີ້ນກັນ​ວ່າ ​ເປັນຫົວໜ້າ​ກຸ່ມລັດ​ອິສລາມ ​ຢູ່​ໃນ​ຟີ​ລິບ​ປິນ ​ແລະ​ພວກ​ນັກ​ລົບ​ ຂອງກຸ່ມດັ່ງກ່າວ​ໄດ້​ຕອບ​ໂຕ້​ດ້ວຍ​ການ​ເຂົ້າຍຶດ​ເອົາ​ບາງ​ເຂດຂອງ​ເມືອງ​ມາຣາວີ ​ແລະກໍ​ຈັບ​ເອົາຜູ້​ຄົນ​ເປັນ​ໂຕ​ປະກັນ.ທ້າວ Hapilon ​ເປັນ​ນຶ່ງ​ໃນ​ພວກ​ຜູ້​ກໍ່​ການ​ຮ້າຍ ທີ່​ທາງ​ການ​ຕ້ອງການ​ໂຕ​ຫຼາຍທີ່ສຸດ​ຢູ່​ໃນ​ບັນຊີ​ລາຍ​ຊື່​ຂອງ​ສະຫະລັດ​ ​ໂດຍ​ໄດ້​ຕັ້ງລາງວັນ ​ໃນ​ການ​ຈັບ​ກຸມ​ຜູ້ກ່ຽວໄວ້ 5
ລ້ານ​ໂດ​ລາ.ການ​ສູ້​ລົບ​ກັນ​ຢູ່​ເມືອງ​ມາຣາວີ ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ ​ຢ່າງ​ໜ້ອຍ 95 ຄົນ ກຳລັງ​ຮັກສາ​ຄວາມ​ສະຫງົບ 30 ຄົນ ແລະ​ ພົນລະ​ເຮືອນ​ 19 ຄົນ. ທ່ານ Lorenzanaກ່າວໃນ​ວັນ​ພະຫັດ​ມື້ນີ້ວ່າ 8 ​ໃນ​ຈຳນວນ​ພວກ​ຫົວ​ຮຸນ​ແຮງ​ 9 ຄົນ ທີ່​ຖືກ​ຂ້າ​ຕາຍ​ນັ້ນ​ແມ່ນ​ຊາວ​ຕ່າງປະ​ເທດ ຮວມທັງພວກ​ນັກ​ລົບ​ຊາວ​ເຊັສ​ເນຍ​ແລະ​ອາຣັບ.
cr : voa
Powered by Blogger.