Header Ads

ເມືອງພູຄູນ ທຳລາຍເຄືອງຈັກຕັດໄມ້ທີບໍຖືກຕ້ອງຕາມລະບຽບກົດໝາຍ! ປະຕິບັດຄຳສັ່ງ ເລກທີ 15/ນຍ ຢ່າງເຄັ່ງຄັດ

https://blogger.googleusercontent.com/img/b/R29vZ2xl/AVvXsEhdr94uRtwT72pZ7dxeLVU5CbDzwinRMPoJSYUric0qIkpXUxPr_tcP50EYTGhZd8L_Tw8FCnzK1krxgQbQhjeO9IpLKE96ZjxYtVpLWCLyult8EokrVfQOrnjAzatfYfIhDgMxKbTPWxo/s1600/
ເມືອງພູຄູນ: ພິທີທຳລາຍຈັກຕັດໄມ້ທີ່ນຳໃຊ້ບໍ່ຖືກຕ້ອງຕາມລະບຽບກົດໝາຍທີ່ເມືອງພູຄູນ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2017 ທີ່ບ້ານສາມແຍກ ເມືອງພູຄູນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄຳກາງ ຮ່ວງທະຈັນ ຮອງເລຂາພັກເມືອງພູຄູນ ມີບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງຕະຫຼອດຮອດ ນັກທຸລະກິດ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ

ທ່ານ ບຸນເລີດ ສະຫງ່າພອນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງພູຄູນກໍໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມານັ້ນຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ໄດ້ເປັນເຈົ້າການປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີຂອງຕົນໃນການປະສານສົມທົບກັບອຳນາດການປົກຄອງບ້ານເພື່ອຕິດຕາມເກັບກໍາຂໍ້ມູນເປົ້າໝາຍຜູ້ທີ່ຄອບຄອງຈັກຕັດໄມ້ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ເພືອສະກັດກັ້ນບຸກຄົນບາງຈຳນວນທີ່ລັກລອບຕັດໄມ້ຫວງຫ້າມບາງປະເພດຢ່າງຊະຊາຍ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບພະຍາກອນປ່າໄມ້ເປັນຈຳນວນຫຼວງຫຼາຍ. ສາມາດຢຶດຂອງກາງເປັນຈັກຕັດໄມ້ທີ່ບໍ່ມີເອກະສານຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ໃບອະນຸຍາດໝົດກຳນົດ.ການທຳລາຍໃນຄັ້ງນີ້ມີຈັກຕັດໄມ້ຈຳນວນ 210 ເຄື່ອງ ຄິດເປັນມູນຄ່າທັງໝົດ 630 ລ້ານ
https://blogger.googleusercontent.com/img/b/R29vZ2xl/AVvXsEhxS0vUjCwZevoGciSQIFSu_3EnTi1JrsAbxXXi_Caj93B1GPNPro12u3dachesxSH72X0Weg737abyzESqWBn4rM1O6L4Nckr0grE2ovBT1d8tYnooAAV8LNXxJ9a1gNuyqwFO59k8UnM/s1600/
ກີບ.ນອກຈາກນັ້ນພາກສ່ວນທີ່ກ່ຽວຂ້ອງຍັງຈະໄດ້ສືບຕໍ່ຕິດຕາມເປົ້າໝາຍ ເພືອ ຢຶດຈັກຕັດໄມ້ທີ່ຍັງເຫຼືອ ແລະ ດຳເນີນມາດຕະການຂັ້ນເດັດຂາດຕໍຜູ້ລະເມີດ ພ້ອມທັງປະຕິບັດແຜນສືບຕໍ່ຍົກເລີກໂຮງງານເຟີນິເຈີທີ່ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງທັງນີ້ກໍເພື່ອເປັນການປະຕິບັດ ຕາມມະຕິຄຳສັ່ງເລກທີ 15 / ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດການຄຸ້ມຄອງພາຫະນະເຄື່ອງຈັກຂຸດຄົ້ນໄມ້ປຸງແຕ່ງ, ລາກແກ່, ຂົນສົ່ງໄມ້ທຸລະກິດອື່ນໆໃນທົ່ວປະເທດກໍ່ຄືການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້ພາຍໃນຂອບເຂດເມືອງພູຄູນ ໃຫ້ປະກົດຜົນເປັນຈິງ.
Powered by Blogger.