Header Ads

ລາວ-ໄທ ລົງນາມເອກະສານ ຮ່ວມມືດ້ານທຸລະກິດ ຫລາຍສະບັບ

...
ໃນຕອນເຊົ້າຂອງວັນທີ 25 ພຶດສະພານີ້, ທີ່ໂຮງແຮມ ແລນມາກແມ່ຂອງຣີເວີຊາຍ ໄດ້ມີກອງປະຊຸມຄູ່ຮ່ວມຍຸດ ທະສາດ ລາວ-ໄທ (Lao-Thai Strategic Partnership Forum) ຊຶ່ງເປັນກຽດ ເຂົ້າຮ່ວມໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ແລະ ທ່ານ ສົມຄິດ ຈາຕຸສີພິທັກ ຮອງນາ ຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກໄທ ໂດຍມີພາກລັດ ແລະ ພາກທຸລະກິດຂອງລາວ ແລະ ໄທເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ມີຈຸດປະ ສົງ ເພື່ອເພີ່ມທະວີການເປັນຄູ່ ຮ່ວມຍຸດທະສາດທາງດ້ານທຸ ລະກິດ ລາວ-ໄທ, ຮັດແໜ້ນ ການພົວພັນຮ່ວມມື ແລະ ສ້າງ ເຄືອຂ່າຍທຸລະກິດໃໝ່ໆໃຫ້ ແກ່ນັກທຸລະກິດຂອງທັງສອງ ປະເທດ.

ໃນກອງປະຊຸມ, ທ່ານ ອຸ ເດດ ສຸວັນນະວົງ ປະທານສະ ພາການຄ້າ ແລະ ອຸດສາຫະ ກຳແຫ່ງຊາດລາວໄດ້ມີຄຳ ເຫັນວ່າ: ການຄ້າ ແລະ ການ ລົງທຶນລາວ-ໄທ ໃນໄລຍະ 5 ປີຜ່ານມາແມ່ນໄດ້ເພີ່ມຂຶ້ນນັບ ມື້ ແລະ ມີມູນຄ່າການຄ້າສູງ ເຖິງ 5,8 ຕື້ໂດລາ ແລະ ການ ລົງທຶນຂອງໄທຢູ່ ສປປ ລາວ ມີ 71 ໂຄງການ ດ້ວຍມູນຄ່າການ ລົງທຶນປະມານ 741 ລ້ານໂດ ລາ, ຖືກຈັດຢູ່ອັນດັບ 2 ຂອງ ການລົງທຶນຕ່າງປະເທດຢູ່ ສປປ ລາວ, ຮອງຈາກ ສປ ຈີນ, ການ ຮ່ວມມືດ້ານທຸລະກິດລາວ ແລະ ໄທຈະສືບຕໍ່ເພີ່ມທະວີການຮ່ວມ ມືກັນສຶກສາຄົ້ນຄວ້າຊ່ອງທາງ ແກ້ໄຂສິ່ງກີດຂວາງ ແລະ ພັດ ທະນາບັນດາໂຄງການທຸລະ ກິດທີ່ມີເງື່ອນໄຂຮ່ວມກັນໂດຍ ສະເພາະໃນ 8 ຂະແໜງການ ເຊັ່ນ: ກະສິກຳ ແລະ ອາຫານ, ການເງິນ-ທະນາຄານ ແລະ ຕະຫຼາດຫຼັກຊັບ, ການພັດທະ ນາອະສັງຫາລິມະຊັບ, ລະ ບົບ ສາງ ແລະ ພະລາທິການຂົນ ສົ່ງ (Logistics), ການຂຸດຄົ້ນ ຊັບພະຍາກອນທຳມະຊາດ ແລະ ບໍ່ແຮ່, ການບໍລິການການ ທ່ອງທ່ຽວ, ການຄ້າຊາຍແດນ ແລະ ເຄື່ອງໃຊ້ປະຈຳວັນ ແລະ ພະລັງງານ.

 ໃນໂອກາດເດີນທາງມາ ຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການຄັ້ງນີ້, ທ່ານຮອງ ນາຍົກລັດຖະມົນຕີ ສົມຄິດ ຈະຕຸສີພິທັກ ໄດ້ໃຫ້ກຽດຂຶ້ນປາ ຖະກະຖາໃນຫົວຂໍ້ "ບົດບາດ ແລະ ຄວາມສຳຄັນໃນການ ຮ່ວມມືຂອງພາກເອກະຊົນໄທ -ລາວ ໃນຖານະຫຸ້ນສ່ວນຍຸດ ທະສາດທາງດ້ານເສດຖະ ກິດ" ໂດຍໄດ້ເໜັ້ນໜັກເຖິງບົດ ບາດຂອງພາກເອກະຊົນ ໃນ ການເປັນກົນໄກຂັບເຂື່ອນ ການເສີມຂະຫຍາຍສາຍພົວ ພັນຮ່ວມມືຂອງສອງປະເທດ; ນະໂຍບາຍເສດຖະກິດຂອງ ໄທ ຕໍ່ອາຊຽນ ແລະ ພາກພື້ນ ໂດຍສະເພາະລັດຖະບານໄທ ໄດ້ໃຫ້ຄວາມສຳຄັນຂອງການ ເປັນຄູ່ຫຸ້ນສ່ວນເສດຖະກິດທາງ ດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວກັບປະເທດ ເພື່ອນບ້ານ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMVT) ໂດຍແນໃສ່ສ້າງ ການເຊື່ອມໂຍງທາງດ້ານເສດ ຖະກິດ ແລະ ຮັດແໜ້ນການ ພົວພັນ ພ້ອມທັງສ້າງເຄືອຂ່າຍ ການຮ່ວມມືທັງພາກລັດ, ເອກະ ຊົນ ແລະ ວິຊາການຕ່າງໆ. ນອກນັ້ນ ທ່ານ ສົມຄິດ ຈະຕຸສີພິທັກ ຍັງໄດ້ກ່າວຢ້ຳ ວ່າ: ສປປ ລາວ ຕັ້ງຢູ່ຈຸດຍຸດ ທະສາດທີ່ມີຄວາມໄດ້ປຽບ ທາງດ້ານການເຊື່ອມໂຍງກັບ ປະເທດຕ່າງໆທີ່ສຳຄັນໃນພາກ ພື້ນຢ່າງແທ້ຈິງ ແລະ ປະເທດ ລາວເປັນຕະຫຼາດການລົງທຶນ ທີ່ສຳຄັນຂອງນັກທຸລະກິດໄທ ໃນໄລຍະເວລາ 3 ທົດສະຕະ ວັດຜ່ານມາ.

ລັດຖະບານໄທ ມີຄວາມມຸ່ງໝັ້ນຈະພັດທະນາ ເຂດເສດຖະກິດພິເສດຊາຍ ແດນ ໂດຍມີແຜນການຈັດຕັ້ງ ຂຶ້ນອ້ອມຮອບປະເທດໄທ ແລະ ປັດຈຸບັນຍັງບໍ່ທັນມີກົນໄກ ເຊື່ອມໂຍງເຂດເສດຖະກິດພິ ເສດໄທ-ລາວ ຈຶ່ງຄວນມີການ ຈັດຕັ້ງຄະນະເຮັດວຽກຮ່ວມ ສອງຝ່າຍ ເພື່ອເຊື່ອມໂຍງເຂດ ເສດຖະກິດພິເສດໄທ-ລາວ ໃນເຂດແຂວງທີ່ມີຊາຍແດນ ຕິດຈອດກັນ ເພື່ອອຳນວຍ ຄວາມສະດວກໃຫ້ແກ່ນັກລົງ ທຶນຂອງສອງປະເທດສາມາດ ໃຊ້ຖານການຜະລິດຮ່ວມກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນ ປະໂຫຍດ. ພາຍຫຼັງກອງປະຊຸມປາ ຖະກະຖາ, ທ່ານຮອງນາຍົກ ລັດຖະມົນຕີລາວ ແລະ ທ່ານ ຮອງນາຍົກລັດຖະມົນຕີໄທໄດ້ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິ ຍານໃນພິທີລົງນາມບົດບັນທຶກ ຄວາມເຂົ້າໃຈ (MOU) ຂອງ ພາກເອກະຊົນທຸລະກິດຂະ ໜາດນ້ອຍ ແລະ ຂະໜາດກາງ (SMEs) ຈຳນວນ 4 ສະບັບ ກ່ຽວກັບການສົ່ງເສີມການຮ່ວມ ມື SME ລາວ-ໄທ. ກ່ອນໜ້າ ນັ້ນ, ພາກທຸລະກິດເອກະຊົນ ລາວ-ໄທກໍໄດ້ລົງນາມບົດບັນ ທຶກຄວາມເຂົ້າໃຈຈຳນວນ 9 ສະບັບກ່ຽວກັບການສົ່ງເສີມ ການຮ່ວມມືທຸລະກິດທາງດ້ານ ການຄ້າ, ການລົງທຶນ, ການ ທ່ອງທ່ຽວ, ການພັດທະນາຊັບ ພະຍາກອນມະນຸດ, ດ້ານພະ ລັງງານ ແລະ ການຄ້າເອເລັກ ໂຕຣນິກ (E-Commerce).
Powered by Blogger.