Header Ads

ຫໍສະພາແຫ່ງຊາດຫຼັງເກົ່າຈະຖືກຮື້ຖອນ ແລະ ສ້າງຫຼັງໃໝ່ ທົດແທນ ຈະໃຊ້ເວລາໃນການກໍ່ສ້າງ 3 ປີ

https://blogger.googleusercontent.com/img/b/R29vZ2xl/AVvXsEi3D1ZLtVCDIcHITRalXNKGKp3uo_M49v13FdepELiVqzBSFRkaaJdIZ9gTAFgIJJyWiwKo5u0eLXZDYN7DSvmsZoOUtQGBgmljnLvKH4-CEUVNz6leZAMfQIA8M55CC_f-c75cFzINtOI/s1600/
ທ່ານ​ ນາງ ສວນ​ສະຫວັນ ວິ​ຍະ​ເກດ ກຳມະການ​ສຳຮອງ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ລະດັບ​ຊາດ ​ໄດ້​ຖະ​ແຫລງຂ່າວ ກ່ຽວ​ກັບ​ການຮື້​ຖອນ ​ແລະ ກໍ່ສ້າງຫໍ​ສະພາ​ແຫ່ງ​ຊາດ​ຫລັງ​ໃໝ່ ​ໃນ​ວັນ​ທີ 2 ມິຖຸນາ 2017 ​ໂດຍ​​ໃຫ້​ຮູ້​ວ່າ: ຫໍ​ສະພາ​ແຫ່ງ​ຊາດ​ຫລັງ​ໃໝ່ ຈະ​ສ້າງ​ເປັນ​ອາຄານ 5 ຊັ້ນ ປະ​ກອບ​ດ້ວຍ ຫ້ອງ​ປະຊຸມ​ໃຫຍ່​ຂອງ​ສະພາ​ແຫ່ງ​ຊາດ, ຫ້ອງ​ໂຖງ​ໃຫຍ່, ຫ້ອງ​ກຽດຕິຍົດ, ຫ້ອງ​ປະຊຸມ​ຂະໜາດ​ກາງ-ນ້ອຍ, ຫ້ອງ​ເຮັດ​ວຽກ​ຂອງ​ບັນດາ​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ຫ້ອງ​ກະກຽມ​ຮອງ​ຮັບ​ວຽກ​ປະຊຸມ ອື່ນໆ ​ຊຶ່ງການ​ກໍ່ສ້າງ​ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ ຈາກ​ພັກ-ລັດ ​ແລະ ປະຊາຊົນ​ຫວຽດນາມ.
ໂຄງການ​ກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດຫລັງ​ໃໝ່ ຈະ​ເລີ່​ມລົງ​ມື​ກໍ່ສ້າງ ​ໃນ​ກາງ​ເດືອນກໍລະກົດ 2017 ນີ້, ຄາດ​ວ່າ​ຈະ​​ໃຊ້​ເວລາ​ໃນ​ການ​ກໍ່ສ້າງ​ປະມານ 3 ປີ ​ໃຫ້​ສຳ​ເລັດ ​ເພື່ອ​ຮອງ​ຮັບ​ໃຫ້​ແກ່​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂອງ ສະພາ​ແຫ່ງ​ຊາດ​ຊຸດ​ຕໍ່​ໄປ.
https://blogger.googleusercontent.com/img/b/R29vZ2xl/AVvXsEgV67NCOXoPrJg9KLyWK8oxKKUHOWzcjBSBwZKGnrsUxwrYuVAEOZT1mqKRJlvWmxOc-uP6iElFMqwg0aLuiPNkzomuJbLHFbate9Jqzdp6BbJi1D7QoOxw1m1An_VWSJi6khm9COBOhUQ/s1600/
ທ່ານ​ ນາງ ສວນ​ສະຫວັນ ວິ​ຍະ​ເກດ ​ໃຫ້​ຮູ້​ຕື່ມ​ວ່າ: ການ​ຮື້​ຖອນ​ ຫໍ​ສະພາ​ແຫ່​ງຊາດ ຫລັງ​​ເກົ່າ ​ແລະ ປຸກ​ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ຫລັງ​ໃໝ່ ເນື່ອງ​ຈາກ​ວ່າ ຜ່ານ​ການ​ນຳ​ໃຊ້​ຫໍ​ສະພາດັ່ງກ່າວ ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ ​ຂອງ​ສະພາ​ແຫ່ງ​ຊາດ ​ໃນ​ໄລຍະ​ເວລາ 26 ປີ ຜ່ານມາ ມີ​ຫລາຍ​ຈຸດ​ເກີດ​ການ​ເພພັງ, ຮົ່ວ​ຊຶມ, ກົງຈັກ​ການຈັດ​ຕັ້ງ​ຂອງ​ສະພາ​ແຫ່ງ​ຊາດ ມີ​ການ​ຂະຫຍາຍຕົວ​ຕາມ​ຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ວຽກ​ງານ, ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ, ພະນັກງານ-ລັດຖະກອນ ຂອງ​ສະພາ​ແຫ່ງ​ຊາດ ມີ​ຈຳນວນ​ເພີ່ມ​ຂຶ້ນ, ການຈັດ​ວາງ​ຫ້ອງ​ປະຊຸມ, ຫ້ອງ​ເຮັດ​ວຽກມີ​ຄວາມ​ຈຳ​ເປັນ​ຕ້ອງ​ປັບປຸງ, ກໍ່ສ້າງ, ຈັດ​ວາງ​ໃຫ້​ສອດ​ຄ່ອງ​ກັບລັກສະນະ​ ຂອງ​ລັດຖະສະພາ ​ແລະ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ໃນ​ການ​ຍົກ​ສູງ​ປະສິດທິພາບ ​ໃນ​ການ​ປະຕິບັດ​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ. ສະ​ນັ້ນ, ຈຶ່ງ​ມີ​ຄວາມ​ຈຳ​ເປັນ ​ຕ້ອງ​ໄດ້​ຂະຫຍາຍ​ສະຖານ​ທີ່​ເຮັດ​ວຽກ ​ເພື່ອ​ຮອງ​ຮັບ​ການ​ປະຕິບັດ​ໜ້າ​ທີ່ ​ຂອງ​ການ​ນຳ, ພະນັກງານ-ລັດຖະກອນ ຂອງ​ສະພາ​ແຫ່ງ​ຊາດ.
Powered by Blogger.