Header Ads

ຍີ່ປຸ່ນ ສົ່ງເສີມການສຶກສາລາວ

ຍີ່ປຸ່ນ ສົ່ງເສີມການສຶກສາລາວ
ພິທີ​ເຊັນ​ເອກະສານ​ແລກປ່ຽນການ​ຊ່ວຍເຫຼືອ​ລ້າ ​ໂຄງການ​ອອກແບບ​ເພື່ອ​ປັບປຸງ​ສະພາບ​ແວດລ້ອມ ​ຂອງ​ໂຮງຮຽນ​ມັດທະຍົມຕອນ​ຕົ້ນ​ຢູ່​ພາກ​ກາງ ແລະ ພາກໃຕ້ ມູນ​ຄ່າ 46 ລ້ານ​ເຢັນ ປະມານ 414.676 ໂດ​ລາ​ສະຫະລັດ ໂດຍ​ການ​ຊ່ວຍເຫຼືອ​ລ້າ​ຈາກ​ລັດຖະ​ບານ​ຍີ່ປຸ່ນ ເພື່ອ​ຈັດ​ຕັ້ງ​ປະຕິບັດໂຄງການ​ດັ່ງກ່າວ ເປັນຕົ້ນ ການສ້າງ​ອາຄານ​ຮຽນ​ໃໝ່ ຫໍ​ພັກ​ນັກຮຽນ ແລະ ຫ້ອງ​ນ້ຳ.

ພິທີ​ຈັດ​ຂຶ້ນ​ວັນ​ທີ 26 ພຶດ​ສະພາ 2017 ທີ່​ກະຊວງ​ການ​ຕ່າງປະເທດ ຮ່ວມ​ລົງ​ນາມ​ໂດຍທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ຮອງ​ລັດຖະມົນຕີ​ກະຊວງ​ການຕ່າງປະເທດ ແລະ ຕາງໜ້າ​ລັດຖະ​ບານ​ຍີ່ປຸ່ນແມ່ນ​ທ່ານ ທາ​ເກຊິ ຮິ​ຄິ​ຮາ​ຣະ ເອກ​ອັກ​ຄະ​ຣາ​ຊະທູດ​ຍີ່ປຸ່ນ ປະຈຳ ​ສປປ ລາວ ໂດຍຊ້ອງ​ໜ້າ​ພະນັກງານ​ທີ່​ກ່ຽວຂ້ອງທັງ​ສອງ​ຝ່າຍ​ເປັນ​ພິຍານ.

ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ລັດຖະບານລາວ​ ໄດ້​ວາງ​ເອົາ​ການ​ສຶກ​ສາ​ເປັນໜຶ່ງ​ໃນ​ຂະແໜງການ​ທີ່​ສຳຄັນ​ທີ່ສຸດ ເພາະວ່າ​ການ​ເປີດ​ກວ້າງ ແລະ ການ​ພັດທະນາ​ການ​ສຶກສາ​ຂັ້ນ​ພື້ນຖານ ໃນ​ການ​ພັດ​ທະນາ​ຊັບພະຍາກອນ​ມະນຸດ ແນໃສ່ການ​ຂະຫຍາຍ​ເສດຖະກິດ​ຢ່າງ​ຕໍ່ເນື່ອງ ແລະ ການ​ລຶບລ້າງຄວາມທຸກ​ຍາກ ​ເປັນ​ຂະແໜງ​ບຸລິມະ​ສິດ​ຂອງ​ນະໂຍບາຍ​ແຫ່ງ​ຊາດ ​ສປປ ລາວ ໄດ້​ກຳນົດ​ໃຫ້ການສຶກ​ສາ​ຂັ້ນ​ມັດທະຍົມ​ຕອນ​ຕົ້ນ ເປັນ​ການ​ສຶກ​ສາ​ພາກ​ບັງຄັບ ໃນເດືອນ​ກໍລະກົດ 2015 ນອກ​ນັ້ນ ແຜນ​ພັດທະນາ​ຂະແໜງການ​ສຶກສາ ຄັ້ງ​ທີ 8 (ESDP 2016-2020) ມີ​ເປົ້າ​ໝາຍ​ທີ່​ຈະ​ເພີ່ມຈຳນວນ​ອັດຕາ​ການ​ລົງທະບຽນຂອງ​ການ​ສຶກ​ສາ​ຂັ້ນ​ມັດທະຍົມຕົ້ນ ໃຫ້​ໄດ້ 85% ພາຍ​ໃນ​ປີ 2020 ເພື່ອ​ຈະ​ສ້າງ​ວິໄສ​ທັດ​ແຫ່ງຊາດ ​ໃນ​ການ​ຫຼຸດ​ພົ້ນ​ອອກ​ຈາກສະຖານະ​ປະເທດ​ດ້ອຍ​ພັດທະນາ ໃຫ້​ປາກົດ​ຜົນ​ເປັນ​ຈິງ ໃນ​ປີ 2020 ໃນ​ໂອກາດ​ດັ່ງກ່າວ​ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ໄດ້​ສະແດງ​ຄວາມ​ຂອບໃຈ​ຢ່າງ​ເລິກເຊິ່ງ​ຕໍ່​ລັດຖະບານ ແລະ ປະຊາຊົນ​ຍີ່ປຸ່ນ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ ​ສປປ ລາວ ມາ​ຕະຫຼອດ ຊຶ່ງ​ເປັນການ​ປະກອບສ່ວນ​ອັນ​ສຳຄັນ ​ເຂົ້າໃນ​ການ​ພັດທະນາ​ພື້ນຖານ​ໂຄງລ່າງ​ຂອງ ​ສປປ ລາວ ໂດຍ​ສະເພາະ​ການ​ສົ່ງເສີມ​ວຽກ​ງານດ້ານ​ການ​ສຶກ​ສາ ກໍ່​ຄືການ​ພັດທະ​ນາ​ຊັບພະຍາກອນ​ມະນຸດ​ຢູ່ຊົນນະບົດ​ໃຫ້​ດີ​ຂຶ້ນ.
Powered by Blogger.