Header Ads

ສ ເກົາຫຼີ ໃຫ້ທຶນຊ່ວຍເຫຼືອຄ່າປິ່ນປົວ ແລະ ທີ່ຢູ່ອາໄສເດັກນ້ອຍ

ສ ເກົາຫຼີ ໃຫ້ທຶນຊ່ວຍເຫຼືອຄ່າປິ່ນປົວ ແລະ ທີ່ຢູ່ອາໄສເດັກນ້ອຍ
ມູນ​ນິທິ​ຊາວ​ພຸດ ສ ເກົາຫຼີ ເພື່ອ​ຊ່ວຍເຫຼືອ​ສະຫວັດດີ​ການ-ສັງຄົມ (KBF) ໄດ້​ໃຫ້ການ​ຊ່ວຍເຫຼືອ​ການຈັດຕັ້ງ​ປະຕິບັດ​ໂຄງການ​ສະໜັບສະໜູນ​ທີ່ຢູ່​ອາໄສ​ຊົ່ວຄາວ ແລະ ຄ່າ​ປິ່ນປົວ​ໃຫ້​ແກ່​ເດັກນ້ອຍ​ທີ່​ເປັນ​ພາ​ຍາດ​ມະ​ເຮັງ​ຢູ່​ໂຮງໝໍ​ເດັກ ໄລຍະ 2 ລວມ​ມູມ​ຄ່າ 268.560 ໂດ​ລາ​ສະຫະລັດ ຫຼື ປະມານ 1,6 ຕື້​ກີບ​ໃນ​ໄລຍະ 3 ປີ ໃນ​ນັ້ນ​ປະກອບ​ມີ​ໃຫ້ການ​ຊ່ວຍເຫຼືອ​ດ້ານ​ການຜ່າຕັດ ການ​ປິ່ນປົວ​ທາງ​ດ້ານ​ຈິດໃຈ ໃຫ້ການ​ສຸຂະ​ສຶກ​ສາ​ແກ່​ເດັກນ້ອຍ ແລະ ຄອບຄົວ​ທີ່​ມາ​ປິ່ນປົວ​ຢູ່​ໂຮງໝໍ ລວມ​ທັງ​ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ຄະນະແພດ ທີ່​ເຂົ້າ​ຮ່ວມ​ການ​ເຝີກ​ອົບຮົມ.
ພິທີ​ເຊັນ​ບົດ​ບັນທຶກ​ຄວາມເຂົ້າໃຈລະຫວ່າງໂຮງໝໍ​ເດັກ ແລະ ມູນ​ນິທິ​ຊາວ​ພຸດ ສ ເກົາຫຼີ ເພື່ອ​ຊ່ວຍເຫຼືອ​ສະຫວັດດີ​ການ-ສັງຄົມ (KBF) ກ່ຽວ​ກັບ​ການ​ສະໜັບ​ສະ​ໜູນ​ໂຄງການ​ໄລຍະ 2 ປະຈຳ ປີ 2017 ຈັດ​ຂຶ້ນ​ວັນ​ທີ 30 ພຶດສະພາ 2017 ທີ່​ໂຮງໝໍ​ເດັກ ນະຄອນຫຼວງ​ວຽງ​ຈັນ ຮ່ວມ​ລົງນາມ​ຂອງ​ທ່ານ​ນາງ ສົມ​ມະນີຄອນ ຜາງ​ມະນີ​ໄຊ ຜູ້​ອຳນວຍການ​ໂຮງໝໍ​ເດັກ ແລະ ທ່ານ ຄິມ​ຈີຊູ ຜູ້ອຳນວຍການ​ມູນ​ນິທິ​ຊາວ​ພຸດ ສ ເກົາຫຼີ ເພື່ອ​ຊ່ວຍເຫຼືອ​ສະຫວັດດີ​ການ-ສັງຄົມ ເຊິ່ງ​ມີ​ພະນັກງານວິຊາ​ການ​ສອງຝ່າຍ​ເຂົ້າ​ຮ່ວມ.
Powered by Blogger.