Header Ads

ລັດຈ່າຍງົບລົງທຶນແລ້ວ 6,000 ກວ່າໂຄງການ ມູນຄ່າ 3,3 ພັນຕື້ກີບ!!! ສ່ວນນາຍົກອອກຄຳສັ່ງ ປະຢັດສຸດຂີດ


ຜົນ​ການ​ຊອກຫາ​ສຳລັບ ທອງລຸນ
ໃນງວດທຳອິດປີ 2017 ນີ້ລັດຖະບານໄດ້ຈົກງົບປະມານແລ້ວ 3,3 ພັນຕື້ກີບເພື່ອຈັດຕັ້ງປະຕິບັດ 6 ພັນກວ່າໂຄງການໃນຂອບເຂດປະເທດ ໃນນັ້ນມີບ້ວງທົດແທນການເລື່ອນຈາກປີຜ່ານມາ 500 ຕື້ກີບ ສ່ວນ 2,8 ພັນຕື້ກີບແມ່ນບ້ວງຈັດສັນໃສ່ໃໝ່ ແນວໃດກໍດີ ເພື່ອເປັນການຮັດສາຍແອວການໃຊ້ຈ່າຍໃຫ້ໜ້ອຍລົງຕື່ມ ນາຍົກໄດ້ອອກຄຳສັ່ງ 09/ນຍ ນັບເປັນການໃຫ້ປະຢັດ ຢ່າງສຸດຂີດ ສິ່ງໃດບໍ່ຈຳເປັນແມ່ນບໍ່ໃຫ້ມີການໃຊ້ຈ່າຍ. ຕາມຂໍ້ມູນການເປີດເຜີຍຈາກລັດຖະບານໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນຕົ້ນປີ 2017 ລັດຖະບານໄດ້ສຳເລັດການແຈ້ງ ປະຕິບັດໂຄງການໃຫ້ທຸກຂະແໜງການ ແລະທ້ອງຖິ່ນ ທີ່ສະພາອະນຸມັດຈຳນວນ 6.465 ໂຄງການ ໃນມູນຄ່າ 3.300 ຕື້ກີບ ໃນນີ້ ປະກອບມີບ້ວງ 500 ຕື້ກີບ ທີ່ທົດແທນການເລື່ອນຂອງປີຜ່ານມາ, ສ່ວນເຫຼືອຈຳນວນ 2.800 ຕື້ກີບ ໄດ້ຈັດສັນໃສ່ຄື ສົມທົບທຶນໂຄງການຊ່ວຍ ເຫຼືອຈາກຕ່າງປະເທດ 322 ໂຄງການ ມູນຄ່າ 70,04 ຕື້ກີບ ກວມ 2,5%, ໂຄງການສືບຕໍ່ 3.098 ໂຄງການມູນຄ່າ 1.682 ຕື້ກີບ ກວມ 60,1%, ໂຄງການ ໃໝ່ 1.481 ໂຄງການ ມູນຄ່າ 457,93 ຕື້ກີບ ກວມ 16,3% ແລະແບ່ງຊຳລະໜີ້ສິນ 1.564 ໂຄງການ ມູນຄ່າ 589,88 ຕື້ກີບ ກວມເອົາ 21,1% ໂດຍລວມແລ້ວແຜນການລົງທຶນຂອງລັດທັງໝົດໃນປີ 2017 ມີມູນຄ່າ 5.463 ຕື້ກີບ. ແນວໃດກໍດີ ເພື່ອເພີ່ມທະວີຄວາມເຂັ້ມ ງວດໃນການປະຕິບັດນະໂຍບາຍປະຢັດແຫ່ງຊາດ, ການນຳໃຊ້ງົບປະມານແຫ່ງ ລັດເຂົ້າສູ່ການພັດທະນາເສດຖະກິດ-ສັງຄົມ ໃຫ້ເກີດປະໂຫຍດສູງສຸດ, ແກ້ໄຂຄວາມ ທຸກຍາກໃຫ້ແກ່ປະຊາຊົນຢ່າງແທ້ຈິງ ແລະຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດຍືນຍົງ ແລະສີຂຽວ ແລະເປັນແບບຢ່າງອັນດີໃຫ້ແກ່ສັງຄົມ, ນາຍົກລັດຖະມົນຕີ ຈຶ່ງໄດ້ອອກຄຳສັ່ງວ່າດ້ວຍການປະຢັດລາຍຈ່າຍງົບປະມານ ຂອງລັດ ສະບັບເລກທີ 09/ນຍ ລົງວັນທີ 19 ພຶດສະພາ 2017 ເຊັນໂດຍທ່ານ ທອງລຸນ ສີສຸລິດ.
ສະເພາະເນື້ອໃນຂໍ້ 2.3 ເວົ້າເລື່ອງ ການລົງທຶນຂອງລັດນາຍົກສັ່ງໃຫ້ກວດ ຄືນທຸກໆໂຄງການລົງທຶນຂອງລັດໃນຄວາມຮັບຜິດຊອບຂອງຕົນ, ດັດສົມໜ້າວຽກຕ່າງໆຂອງໂຄງການລົງທຶນ ຂອງຂະແໜງການຂັ້ນສູນກາງ, ແຂວງ ແລະນະຄອນຫຼວງ ເພື່ອເຮັດໃຫ້ມູນຄ່າລວມການລົງທຶນເໝາະສົມກັບແຜນງົບປະມານລົງທຶນທີ່ຄາດຄະເນຈະໄດ້ຮັບ ໃນ 2-3 ປີຕໍ່ໜ້າ, ແຕ່ງຕັ້ງຄະນະເພື່ອ ກວດກາຄືນມູນຄ່າໂຄງການຂະໜາດກາງ ແລະໃຫຍ່ໃຫ້ຖືກຕາມມູນຄ່າຕົວຈິງ ເປັນຕົ້ນ ມູນຄ່າໂຄງການນອກແຜນທີ່ຍັງ ຄ້າງຊຳລະໃນປະຈຸບັນ, ຢຸດຕິໂຄງການນອກແຜນຢ່າງຂາດຕົວ, ຢຸດຕິໂຄງການທີ່ບໍ່ມີການປະເມີນຜົນຕາມກົດໝາຍກຳນົດ ແລະໂຄງການທີ່ມີປະສິດທິຜົນຕ່ຳ.ທຸກໆໂຄງການລົງທຶນຂອງລັດຕ້ອງ ປະຕິບັດການຄັດເລືອກ ປະມູນຕາມກົດໝາຍ ແລະລະບຽບຢ່າງເຂັ້ມງວດ ມີການ ປະເມີນມູນຄ່າໂຄງການຕາມກຳນົດໝາຍເຕັກນິກມາດຕະຖານເຕັກນິກ ແລະລາຄາ ຫົວໜ່ວຍຂອງແຕ່ລະຂະແໜງການວາງອອກຢ່າງເຄັ່ງຄັດ ຫ້າມເດັດຂາດບໍ່ໃຫ້ມີການມອບໂຄງການໃຫ້ບໍລິສັດໃດໜຶ່ງ ປະຕິບັດໂດຍບໍ່ຜ່ານການປະມູນ ແລະເຂັ້ມງວດໃນການປະຕິບັດຫົວໜ່ວຍລາ ຄາແຕ່ລະປະເພດການກໍ່ສ້າງຕາມລະບຽບກົດໝາຍ.ປະຕິບັດດຳລັດຂອງລັດຖະບານວ່າ ດ້ວຍການຕິດຕາມ-ກວດກາໂຄງການການ ລົງທຶນຂອງລັດເລີ່ມແຕ່ຫົວທີເພື່ອຮັບປະກັນການນຳໃຊ້ທຶນຢ່າງຖືກຕ້ອງ, ປະຢັດໂປ່ງໃສ ມີປະສິດທິຜົນ ແລະຮັບປະກັນຄຸນນະພາບຂອງໂຄງການ ພ້ອມທັງໃຫ້ຊັບຊ້ອນນຳໃຊ້ສຳນັກງານ, ອົງການທີ່ມີຢູ່ແລ້ວໃຫ້ເກີດປະໂຍດສູງສຸດໃນໄລຍະ ປີງົບປະມານ 2017-2020 ບໍ່ອະນຸຍາດໃຫ້ປຸກສ້າງສຳນັກງານອົງການໃໝ່ຍົກ ເວັ້ນກໍລະນີທີ່ຈຳເປັນ ແຕ່ຕ້ອງໄດ້ສະເໜີລັດຖະບານພິຈາລະນາເປັນອັນສະເພາະ.
Powered by Blogger.