Header Ads

ລັດຖະບານຮ່ວມຫາລືພັດທະນາ 4 ໂຄງການສ້າງເຂື່ອນໄຟຟ້າ

ລັດະບານກໍຄືຄະນກຳມາທິການສະເພາະກິດຂັ້ນສູນກາງ ແລະທ້ອງຖີ່ນທີ່ ຖືກແຕ່ງຕັ້ງໂດຍທ່ານນາຍົກລັດຖະມົນຕີໄດ້ເປີດກອງປະຊຸມຮ່ວມຫາການພັດທະ ນາໂຄງການສ້າງເຂື່ອນໄຟຟ້າ  4 ແຫ່ງ ປະກອບມີໂຄງການເຂື່ອນໄຟຟ້ານ້ຳທາ 1, ນ້ຳລີກ 1, ນ້ຳງຽບ 1 ແລະໂຄງການເຂື່ອນໄຟຟ້ານ້ຳໄຜ່ ທັງນີ້ກໍເພື່ອເປັນການຮັບຟັງລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ແຕ່ລະໂຄງການແຕ່ເລີ່ມຕົ້ນຈົນເຖິງປະຈຸບັນ ພ້ອມທັງຮັບຮູ້ຂໍ້ສະດວກ ແລະຂໍ້ຫຍຸ້ງຍາກ ເພື່ອເປັນພື້ນຖານໃນການປຶກສາຫາລືຫາວິທາງແກ້ໄຂປະກອບສ່ວນເຮັດໃຫ້ໂຄງການໄດ້ດຳເນີນການກໍ່ສ້າງຢ່າງມີໝາກຜົນສຳເລັດຕາມສັນຍາ.

     ກອງປະຊຸມຫາລືດັ່ງກ່າວຈັດຂຶ້ນໃນ ລະຫວ່າງວັນທີ 29-30 ພຶດສະພາຜ່ານ ມາ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ທັງເປັນປະທານຄະນະກຳມາທິການຊີ້ນຳຮ່ວມຂອງບັນດາໂຄງການ ພ້ອມນີ້ກໍມີບັນດາທ່ານໃນຄະນະກຳມະທິການສະເພາະກິດຂັ້ນສູນກາງ ແລະທ້ອງຖີ່ນທີ່ຖືກແຕ່ງຕັ້ງໂດຍທ່ານນາຍົກລັດຖະມົນຕີເຂົ້່າຮ່ວມຢ່າງພ້ອມພຽງ.

     ລັດຖະບານຮ່ວມຫາລືພັດທະນາ 4 ໂຄງການສ້າງເຂື່ອນໄຟຟ້າ
ໃນກອງປະຊຸມຕະຫຼອດໄລຍະ 2 ວັນຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານເຖິງຄວາມຄືບໜ້າ, ຄວາມຫຍຸ້ງຍາກ ແລະຂໍ້ ສະດວກຂອງແຕ່ລະໂຄງການ ໃນນັ້ນສະເພາະໂຄງການເຂື່ອນໄຟຟ້ານ້ຳທາ 1 ຕັ້ງຢູ່ພື້ນທີ່ກວມເອົາ 2 ແຂວງຄື: ແຂວງບໍ່ແກ້ວ ແລະແຂວງຫຼວງນ້ຳທາ ໂຄງການດັ່ງກ່າວມີກຳລັງຕິດຕັ້ງ 186 ເມກາວັດ, ສາມາດຜະລິດພະລັງງານໄດ້ ຕໍ່ປີ 759 ຈີກາວັດໂມງຕໍ່ປີ, ເລີ່ມຕົ້ນກໍ່ສ້າງມາຕັ້ງແຕ່ປີ 2014 ແລະຈະໃຫ້ສຳ ເລັດໃນຕົ້ນປີ 2018 ຊຶ່ງພະລັງງານທີ່ຜະລິດໄດ້ທັງໝົດແມ່ນສະໜອງຮັບໃຊ້ພາຍໃນ ແລະການກໍສາງມາຮອດປະຈຸບັນມີຄວາມຄືບໜ້າແລ້ວ 84%.

     ໂຄງການນ້ຳລີກ 1 ຕັ້ງຢູ່ແຂວງ ວຽງ ຈັນ ມີກຳລັງຕິດຕັ້ງ 64,7 ເມກາວັດ ສາມາດຜະລິດພະລັງງານໄດ້ຕໍ່ປີ 265 ຈີກາວັດໂມງຕໍ່ປີ ເລີ່ມຕົ້ນກໍ່ສ້າງມາຕັ້ງແຕ່ປີ 2014 ແລະຈະໃຫ້ສຳເລັດໃນຕົ້ນປີ 2019 ຊຶ່ງພະລັງງານທີ່ຜະລິດໄດ້ທັງໝົດແມ່ນສະໜອງຮັບໃຊ້ພາຍໃນການ ກໍ່ສ້າງມາຮອດປະຈຸບັນມີຄວາມຄືບໜ້າ ແລ້ວ 55%.

     ໂຄງການເຂືອນໄຟຟ້ານ້ຳງຽບ 1 ຕັ້ງຢູ່ພື້ນທີ່ກວມເອົາ 2 ແຂວງຄື: ແຂວງບໍລິຄຳໄຊ ແລະແຂວງໄຊສົມບູນ ໂຄງການດັ່ງກ່າວມີກຳລັງຕິດຕັ້ງ 190 ເມກາວັດ, ສາມາດຜະລິດພະລັງງານໄດ້ຕໍ່ປີ 1.651 ຈີກາວັດໂມງຕໍ່ປີ ເລີ່ມຕົ້ນກໍ່ສ້າງມາຕັ້ງແຕ່ປີ 2014 ແລະຈະໃຫ້ສຳ ເລັດໃນຕົ້ນປີ 2019 ຊຶ່ງພະລັງງານ ຜະລິດໄດ້ສ່ວນໜຶ່ງແມ່ນສະໜອງຮັບໃຊ້ ພາຍໃນ ແລະສ່ວນໃຫຍ່ແມ່ນສົງອອກ ຂາຍໃຫ້ປະເທດໄທການກໍ່ສ້າງມາຮອດ ປະຈຸບັນມີຄວາມຄືບໜ້າແລ້ວ 68%.

     ສ່ວນໂຄງການສຸດທ້າຍໂຄງການນ້ຳໄຜ່ແມ່ນຕັ້ງຢູ່ແຂວງໄຊສົມບູນມີກຳລັງຕິດຕັ້ງ 86 ເມກາວັດ, ສາມາດຜະລິດພະລັງງານໄດ້ຕໍ່ປີ 429,5 ຈີກາວັດໂມງ ຕໍ່ປີເລີ່ມຕັ້ງກໍສ້າງມາຕັ້ງປີ 2014 ແລະ ຈະໃຫ້ສຳເລັດໃນທ້າຍປີ 2017 ຊຶ່ງພະລັງງານທີ່ຜະລິດໄດ້ທັງໝົດແມ່ນສະໜອງຮັບໃຊ້ພາຍໃນການກໍ່ສ້າງມາຮອດປະຈຸບັນມີຄວາມຄືບໜ້າແລ້ວ 100% ແລະພວມຢູ່ໃນຂັ້ນຕອນການແລ່ນທົດລອງເຄື່ອງຈັກ (Commissioning Test) ແລະຄາດວ່າຈະເປີດຂາຍໄຟຢ່າງເປັນທາງການໃນທ້າຍປີ 2017 ນີ້.
Powered by Blogger.