Header Ads

ອາດສະພອນຢືນຢັນ ເຄື່ອນຍ້າຍໄມ້ຖືກຕ້ອງ ແຕ່ອະນຸຍາດຜິດລະດູການ

https://www.laopost.com/wp-content/uploads/2017/06/
ການນຳເມືອງອາດສະພອນ ແຂວງສະຫວັນນະເຂດຢືນຢັນ ເຄື່ອນຍ້າຍໄມ້ພາຍໃນຖືກຕ້ອງ, ບໍ່ໄດ້ຂົນອອກນອກປະເທດ ແລະເມືອງອາດສະພອນກໍບໍ່ໄດ້ຮັບຜິດຊອບໃນສ່ວນນີ້ ພ້ອມທັງສ່ອງແສງວ່າ ການອະນຸຍາດເຄື່ອນຍ້າຍໄມ້ດັ່ງກ່າວຜິດລະດູການ.
ຈາກກໍລະນີມີຜູ້ເຜີຍແພ່ຮູບພາບລົດແກ່ໄມ້ທ່ອນຈຳນວນຫຼວງຫຼາຍລົງໃນເຟສບຸກໃນວັນທີ 29 ພຶດສະພາ 2017 ທີ່ຜ່ານມາ ໂດຍມີຂໍ້ຄວາມລະບຸວ່າ ”ອອກແລ້ວ !!!!! ຫລັງລໍຄອຍມາແສນນານ ໄມ້ທ່ອນຊັ້ນຍອດ ຜະລິດຕະພັນໄມ້ຈາກທຳມະຊາດ ພູຊ້າງແຫ່ ເມືອງອາດສະພອນ 29/5/2017 (ຈັກແມ່ນບໍ່ແມ່ນເດີ ……. ເວົ້າໂມ້ໄປຊັ້ນລະ…. ເຫັນຂະບວນລົດລາກແກ່ໄມ້ ຕາມເສັ້ນທາງຈາກເມືອງອາດສະພອນ ຫັນຫນ້າສູ່ອາດສະພັງທອງ)“ ເຊິ່ງໄດ້ການແຊຕໍ່ໃນສັງຄົມອອນລາຍຢ່າງຫຼວງຫຼາຍ ພ້ອມກັນນັ້ນກໍມີຫຼາຍຄົນໃຫ້ຄຳເຫັນໄປໃນທາງທີ່ສຽດສີໃສ່ຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະວິພາກວິຈານໄປຕ່າງໆນານາ.
ຕໍ່ກໍລະນີດັ່ງກ່າວ, ທີມຂ່າວລາວໂພດ ໄດ້ສອບຖາມໄປຍັງການນຳຂອງເມືອງອາດສະພອນທ່ານໜຶ່ງ ເຊິ່ງໄດ້ຮັບຄຳອະທິບາຍວ່າ: ຕາມຂໍ້ມູນທີ່ພໍຮູ້ໄດ້ຈາກແຂວງ ກ່ຽວກັບການຂົນໄມ້ທ່ອນ ຈາກເມືອງອາດສະພອນ ໄປຍັງເມືອງທ່າປາງທອງ ໃນວັນທີ 29-30/05/2017 ດັ່ງນີ້:
1- ໄມ້ທ່ອນຊຸດນີ້ ມີແມ່ນໄມ້ອາຍັດຂອງແຂວງແຕ່ປີກ່ອນໆ ຢູ່ເມືອງອາດສະພອນ ຈຳນວນ 209 ທ່ອນ = 340,086 ມ3 ທີ່ແຂວງໄດ້ປະມູນຂາຍແລ້ວ ແຕ່ບໍ່ທັນໄດ້ເຄື່ອນຍ້າຍ ເພາະມີຄຳສັ່ງ 15/ນຍ.
2- ປັດຈຸບັນ ໂຮງງານປຸງແຕ່ງໄມ້ 9 ຈະເລີນຊັບ ໄດ້ມີໃບເຄື່ອນຍ້າຍໄມ້ພາຍໃນ ເລກທີ 19625/ປມຂ ລົງວັນທີ 18/05/2017 ຂອງຂະແໜງປ່າໄມ້ແຂວງ ຈິ່ງຂົນໄມ້ດັ່ງກ່າວ ໄປເມືອງທ່າປາງທອງ (ບໍ່ໄດ້ຂົນອອກນອກປະເທດ).
ສ່ວນຕົວຂ້າພະເຈົ້າ ເປັນຫ່ວງ ຢ້ານແຕ່ຂົວຂ້າມຫ້ວຍປະນອມຫັກ ແຕ່ເຂົາເຈົ້າບອກວ່າ ໄດ້ປະສານກັບ ຍທຂ ເມືອງອາດສະພັງທອງແລ້ວ ບໍ່ໃຫ້ບັນທຸກເກີນ 20 ໂຕນ ວ່າຊັ້ນ.
ແນວໃດກໍຕາມ, ຂ້າພະເຈົ້າຢາກຊີ້ແຈງວ່າ ການຂົນໄມ້ທ່ອນດັ່ງກ່າວນັ້ນ ເປັນການອະນຸຍາດຂອງຂະແໜງປ່າໄມ້ແຂວງ ບໍ່ແມ່ນຄວາມຮັບຜິດຊອບຂອງເມືອງອາດສະພອນ. ແຕ່ສິ່ງທີ່ຢາກສ່ອງແສງໃນນາມສ່ວນຕົວແລ້ວເຫັນວ່າ ການອະນຸຍາດດັ່ງກ່າວນັ້ນຜິດລະດູການ ເນື່ອງຈາກໄລຍະນີ້ເປັນໄລຍະຝົນຕົກ ເຊິ່ງອາດຈະເຮັດໃຫ້ເສັ້ນທາງເປ່ເພເສຍຫາຍໄດ້ (ການນຳເມືອງອາດສະພອນທ່ານໜຶ່ງກ່າວ).
Powered by Blogger.