Header Ads

ທຳລາຍສະຖິຕິໂລກ ເພັດສີບົວ “Pink Star” ຖືກປະມູນດ້ວຍລາຄາ 582,124,769,000 ກີບ

ผลการค้นหารูปภาพสำหรับ ທຳລາຍສະຖິຕິໂລກ ເພັດສີບົວ “Pink Star” ຖືກປະມູນດ້ວຍລາຄາ 582,124,769,000 ກີບ

ເພັດສີບົວຫາຍາກ ”Pink Star” ເຊິ່ງເປັນເພັດຮູບໄຂ່ທີ່ມີຂະໜາດ 59.6 ກະຣັຕ ຖືກປະມູນໄປດ້ວຍລາຄາທີ່ສູງ ທຳລາຍສະຖິຕິໂລກ ໃນການປະມູນອັນຍະມະນີ ດ້ວຍລາຄາເຖິງ 71 ລ້ານໂດລ່າ ຫຼື ປະມານ 582,124,769,000 ກີບ ຫຼັງຈາກທີ່ເປີດປະມູນໄດ້ພຽງ 5 ນາທີເທົ່ານັ້ນ ໃນການປະມູນທີ່ຈັດຂຶ້ນໂດຍ ສຳນັກປະມູນຊັທເທບີສ ໃນຮ່ອງກົງ.

ກ່ອນໜ້ານີ້ເມື່ອປີ 2013 ເພັດເມັດນີ້ເຄີຍຖືກອອກປະມູນ ທີ່ນະຄອນເຈນີວາ ສະວິດເຊີແລນ ດ້ວຍລາຄາສະຖິຕິໂລກສູງເຖິງ 83 ລ້ານໂດລ່າ ແຕ່ວ່າຜູ້ປະມູນຜິດສັນຍາ ເລີຍຖືກຍົກເລີກໄປ. ກ່ອນໜ້າ ”Pink Star” ສະຖິຕິການປະມູນມູນຄ່າສູງທີ່ສຸດໃນໂລກ ເປັນເພັດສີນໍ້າເງິນ ”ໂອເພນໄຮເມີ້ ບລູ” ທີ່ຖືກປະມູນໄປເມື່ອປີກ່ອນດ້ວຍລາຄາ 50 ລ້ານໂດລ່າ.ເພັດສີບົວເມັດນີ້ ຖືກຄົ້ນພົບໂດຍເດີເບຍ ທີ່ເໝືອງໃນອາຟຣິກາ ເມື່ອປີ 1999 ແລະ ຖືກນຳໄປເຈຍລະໄນ ຍາວນານກວ່າ 2 ປີ ຈຶ່ງໄດ້ນຳອອກມາຈຳໜ່າຍແຕ່ຕົ້ນທີ່ລາຄາ 52 ລ້ານໂດລ່າ ໂດຍຜູ້ທີ່ປະມູນເພັດເມັດນີ້ໄປ ແມ່ນບໍລິສັດອັນຍະມະນີ Chow Tai Fook ໃນຮ່ອງກົງ.
ເພັດສີບົວເມັດນີ້ ຖືເປັນເພັດສີບົວ ທີ່ມີຂະໜາດໃຫຍ່ທີ່ສຸດ ເທົ່າທີ່ເຄີຍພົບມາໃນປະຫວັດສາດ ແລະ ຍັງມີສີເຂັ້ມທີ່ສວຍງາມ ຖືໄດ້ວ່ານອກຈາກຫາຍາກແລ້ວ ຍັງສວຍງາມຫຼາຍອີກ.
Powered by Blogger.