Header Ads

ແພງຍິ່ງກວ່າຄຳ “ຂົນນົກ” ທີ່ໄດ້ຊື່ວ່າ “ແພງທີ່ສຸດໃນໂລກ”



ผลการค้นหารูปภาพสำหรับ ແພງຍິ່ງກວ່າຄຳ “ຂົນນົກ” ທີ່ໄດ້ຊື່ວ່າ “ແພງທີ່ສຸດໃນໂລກ”

ເຖິງແມ່ນວ່າຂົນນົກຈະເປັນວັດຖຸທີ່ບໍ່ມີລາຄາຫຍັງຫຼາຍ ແຕ່ກໍ່ຍັງມີຂົນນົກຂອງນົກຊະນິດໜຶ່ງ ທີ່ໄດ້ຊື່ວ່າແພງທີ່ສຸດໃນໂລກ ແລະ ຍັງມີລາຄາສູງກວ່າອັນຍະມະນີໃດໆໃນໂລກນີ້ ເພາະພຽງແຕ່ກ້ານຂົນອັນດຽວ ກໍ່ມີລາຄາສູງກວ່າ 10,000 ໂດລ່າ ຫຼື ປະມານ 82,000,000 ກີບ ທີ່ສຳຄັນແມ່ນ ນົກທີ່ເປັນເຈົ້າຂອງຂົນທີ່ມີມູນຄ່າມະຫາສານນີ້ ໄດ້ສູນພັນໄປແລ້ວ ແລະ ແນ່ນອນວ່າເປັນຍ້ອນມະນຸດເຮົານີ້ລະ ຈະແມ່ນຍ້ອນຫຍັງໄດ້ອີກ.

ຂົນນັກໜ້າຕາທີ່ສຸດແສນຈະທຳມະດາ ທີ່ໄດ້ຈາກນົກ Huia ນົກສາຍພັນພື້ນເມືອງທີ່ພົບໄດ້ສະເພາະ ໃນປະເທດນິວຊີແລນ ແລະ ຍັງເປັນສັດສັກສິດຂອງຊາວເມົາຣີ ທີ່ມີພຽງຫົວໜ້າເຜົ່າເທົ່ານັ້ນ ທີ່ສາມາດໃຊ້ຂົນຂອງມັນ ມາປະດັບທີ່ຫົວໄດ້.

ແຕ່ເນື່ອງດ້ວຍຄວາມພິເສດ ທີ່ສະແດງເຖິງຄວາມຍິ່ງໃຫຍ່ ເຮັດໃຫ້ຊາວຕາເວັນຕົກກຸ່ມແລກເລີ່ມ ທີ່ເດີນທາງມາຍັງດິນແດນນີ້ ຕັດສິນໃຈໄລລ່າ ເພື່ອເອົາຂົນຂອງມັນກັບໄປຂາຍ ແຕ່ນັ້ນຍັງບໍ່ຮ້າຍແຮງເທົ່າກັບ ການສູນເສຍທີ່ຢູ່ອາໄສໃນປ່າຂອງນິວຊີແລນ ທີ່ປ່ຽນປ່າເປັນພື້ນທີ່ກະສິກຳ ເຮັດໃຫ້ມັນສູນພັນໄປໃນປີ ຄ.ສ 1907 ໂດຍມີຫຼັກຖານການສູນພັນອັນສຸດທ້າຍ ເປັນຮ່ອງຮອຍການເຈາະໄມ້ ເພື່ອຫາໂຕອ່ອນແມງໄມ້ຂອງມັນ.ປະຈຸບັນ ມີພຽງຊົນເຜົ່າເມົາຣີເທົ່ານັ້ນ ທີ່ສາມາດເກັບຂົນນົກ Huia ໄວ້ໄດ້ ເຊິ່ງມັນມັກຈະຖືກນຳມາອວດ ຕໍ່ໜ້າສາທາລະນະ ກໍ່ສະເພາະໃນງານເທດສະການທີ່ສຳຄັນເທົ່ານັ້ນ ສ່ວນຊາກຕົວຢ່າງທີ່ເຫຼືອພຽງບໍ່ເທົ່າໃດອັນ ເທິງໂລກຂອງມັນນັ້ນ ຖືກເກັບຮັກສາໄວ້ເປັນຢ່າງດີ ໂດຍຫວັງວ່າໃນອະນາຄົດຈະສາມາດ ຄືນຊີບມັນຂຶ້ນມາໄດ້ອີກເທື່ອ ເຖິງແມ່ນວ່າທຸກມື້ນີ້ ຈະບໍ່ມີນົກທີ່ມີສາຍພັນໃກ້ຄຽງກັນແລ້ວກໍ່ຕາມ.

Powered by Blogger.