Header Ads

ເກົາຫລີ ຍິງ​ວັດຖຸ​ທີ່​ອາດ​ຈະ​ເປັນ​ລູກ​ສອນ​ໄຟ​ໄລຍະ​ໃກ້​ແບບ “ສະກັດ”

รูปภาพที่เกี่ยวข้อง
ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ເຊ​ອຸນ ປະ​ເທດ ສ.​ເກົາຫລີ ​ໃນ​ວັນ​ທີ 29 ພຶດສະພາ​ນີ້​ວ່າ: ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫລີ ອອກ​ຖະ​ແຫລ​ງການ​ໃນ​ວັນ​ດັ່ງກ່າວ​ວ່າ: ສປປ ​ເກົາຫລີ ຍິງ​ວັດຖຸ​ທີ່​ອາດ​ຈະ​ເປັນ​ລູກ​ສອນ​ໄຟ​ໄລຍະ​ໃກ້​ແບບ “ສະກັດ” ອອກ​ຈາກ​ຖານ​ທັບ​ຢູ່​ເມືອງ​ວອນ​ຊານ ​ແຄມ​ຝັ່ງ​ທາງ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​​ເມື່ອ​ເວລາ 05:09 ​ໂມງ ຕາມ​ເວລາ​ທ້ອງ​ຖິ່ນ​ຂອງ​ນະຄອນຫລວງ​ພຽງ​ຢາງ (04:39​ ​ໂມງ ຕາມ​ເວລາ​ຢູ່​ລາວ) ​ໂດຍ​ລູກ​ສອນ​ໄຟ​ເຄື່ອນ​ທີ່​ໄປ​ທາງ​ທິດຕາ​ເວັນ​ອອກ​ເປັນ​ໄລຍະ​ທາງ​ປະມານ 450 ກິ​ໂລ​ແມັດ ​ເປ​ັນ​ເວລາ 6 ນາທີ ກ່ອນ​ຕົກລົງ​ໃນ​ນ່ານນ້ຳຂອງ​ຍີ່ປຸ່ນ.
ຂະນະ​ທີ່​ທ່ານ ​ໂຍຊິ​ຮິ​ເດະ ຊິ​ກະ ​ເລຂາທິການ​ຄະນະ​ລັດຖະບານ​ຍີ່ປຸ່ນ ກ່າວ​ປະນາມ​ເຫດການ​ທີ່​ເກີດ​ຂຶ້ນ ​ແລະ ​ເຈົ້າໜ້າ​ທີ່​ຂອງ​ທາງ​ການ​ຍີ່ປຸ່ນ​ພວມ​ກວດ​ສອບ​ວ່າ​ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫລີ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ຫລື ບໍ່. ກອງທັບ​ອາ​ເມ​ລິ​ກາ​ປະຈຳ​ພາກພື້ນປາຊີ​ຟິກຢືນຢັນ​ວ່າ: ສປປ ​ເກົາຫລີ ຍິງ​ລູກ​ສອນ​ໄຟ​ແທ້​ຕາມ​ວັນ ​ແລະ ​ເວລາ​ທີ່​ລະບຸ​ຢູ່​ໃນ​ລາຍ​ງານ​ຂອງ ສ.​ເກົາຫລີ.
ການ​ເຄື່ອນ​ໄຫວ​ທາງ​ທະຫານ​ເທື່ອ​ຫລັງ​ສຸດ​ຂອງ ສປປ ​ເກົາຫລີ ​ເກີດ​ຂຶ້ນພຽງ​ວັນ​ດຽວ, ພາຍຫລັງ​ສຳນັກ​ຂ່າວ​ກາງ​ເກົາຫລີ (KCNA) ລາຍ​ງານ​ວ່າ​ລັດຖະບານ​ພຽງ​ຢາງ​ໄດ້​ຕິດຕັ້ງລະບົບ​ລູກ​ສອນ​ໄຟ​ຕໍ່ຕ້ານ​ອາວຸດ​ທົ່ວ​ປະ​ເທດ​ແລ້ວ ​ແລະ ມີ​ການ​ຜະລິດ​ເພີ່ມ​ຂຶ້ນອີກ​ເປັນ​ຈຳນວນ​ຫລາຍຕາມ​ຄຳ​ສັ່ງ​ຂອງ​ທ່ານ ກິມ ຈົງ ອິນ ຜູ້​ນຳ​ສູງ​ສຸດ​ຂອງ​ປະ​ເທດ
Powered by Blogger.